ບັນ​ດາທ້ອງ​ຖິ່ນ​ ເບິ່ງ​ແຍງ​ຊີ​ວິ​ດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ກຳ​ມະ​ກອນ

(VOVWORLD) -ຕອນຄ່ຳວັນທີ 10 ມັງກອນ, ລາຍການ “ບຸນເຕັດເຕົ້າໂຮມ - ເຊື່ອມຕໍ່ຄວາມຮັກແພງ” ຖືກດຳເນີນຢູ່ໃຈກາງເມືອງ ເກວ໊ຫວໍ, ແຂວງບັກນິງ, ເຊິ່ງເປັນໜຶ່ງໃນບັນດາການເຄື່ອນໄຫວຂອງວັນບຸນກຳມະກອນ, ງານຕະຫຼາດນັດແຫ່ງສາຍຈິດມິດໃຈ ເພື່ອແນໃສ່ເບິ່ງແຍງດູແລໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານ, ໂດຍສະເພາະແມ່ນສຳລັບຊາວຜູ້ອອກແຮງງານຢູ່ເຂດອຸດສາຫະກຳໃຫ້ດີກວ່າເກົ່າ. 
ບັນ​ດາທ້ອງ​ຖິ່ນ​ ເບິ່ງ​ແຍງ​ຊີ​ວິ​ດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ກຳ​ມະ​ກອນ - ảnh 1ທ່ານເລຂາສູນກາງພັກ, ຫົວໜ້າຄະນະການເມືອງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ ຟານດິ່ງຈາກ ມອບຂອງຂວັນ 50 ພູດໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ (ພາບ:TTXVN)

ຕາມການສະຖິຕິແລ້ວ, ໃນວັນທີ 9 – 10 ມັງກອນ, ໃນລາຍການວັນບຸນກຳມະກອນ, ງານຕະຫຼາດນັດແຫ່ງສາຍຈິດມິດໃຈ ມີກຳມະກອນ, ຊາວຜູ້ອອກແຮງງານກວ່າ 19.000 ຄົນ ໄດ້ຊົມໃຊ້ຜົນປະໂຫຍດຈາກຮ້ານຂາຍເຄື່ອງຫຼຸດລາຄາ ແລະ ຮ້າຍຂາຍເຄື່ອງ 0 ດົ່ງ.

        ເນື່ອງໃນໂອກາດນີ້, ທ່ານເລຂາສູນກາງພັກ, ຫົວໜ້າຄະນະການເມືອງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ ຟານດິ່ງຈາກ ໄດ້ມອບຂອງຂວັນ 50 ພູດໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ (ແຕ່ລະພູດມີມູນຄ່າ 1,3 ລ້ານດົ່ງ). ນອກຈາກນັ້ນ, ການນຳສະຫະພັນໃຫຍ່ແຮງງານ ຫວຽດນາມ, ອົງການກຳມະບານແຂວງ ບັກນິງ ກໍໄດ້ມອບຂອງຂວັນ ໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານທີ່ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຫຼື ເຈັບເປັນ ຈຳນວນ 2.000 ພູດ; ມອບປີ້ລົດໃຫ້ແກ່ຊາວຜູ້ອອກແຮງງານທີ່ຢູ່ໄກຈາກບ້ານເກີດ 10.000 ຄົນ ເພື່ອກັບບ້ານຕ້ອນຮັບບຸນປີໃໝ່ພ້ອມດ້ວຍຄອບຄົວ. ນະທີ່ນີ້, ຄະນະຈັດຕັ້ງ ກໍໄດ້ຈັດລາຍການສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍວິສາຫະກິດ 30 ແຫ່ງທີ່ມີຜົນງານດີເດັ່ນໃນການເບິ່ງແຍງດູແລຊາວຜູ້ແຮງງານ.

        ວັນທີ 10 ມັງກອນ, ຢູ່ນະຄອນ ຕຸຍຮວ່າ, ສະຫະພັນແຮງງານແຂວງ ຝຸອຽນ ກໍ່ໄດ້ສົມທົບກັບຄະນະຄຸ້ມຄອງເຂດເສດຖະກິດ ແລະ ຄະນະຊາວໜຸ່ມແຂວງ ຝຸອຽນ ຈັດລາຍການ “ບຸນເຕັດເຕົ້າໂຮມ” ປີສະລຸ ດ້ວຍຫົວຂໍ້ “ເຊື່ອມຕໍ່ຄວາມຮັກແພງ” ເຊັ່ນດຽວກັນ ແລະ ມອບຂອງຂວັນຈຳນວນ 720 ພູດ ໂດຍມີມູນຄ່າທັງໝົດກວ່າ 540 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ