ບັນດາທ້ອງຖິ່ນຕັ້ງໜ້າກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນອາຍຸການ 2021-2026

(VOVWORLD) -ຄະນະກຳມະການເລືອກຕັ້ງແຂວງ ກ່າເມົາ, ບິ່ງເຟື໊ອກ ໄດ້ມອບສຳເນົາເອກະສານສະມາຊິກສະພາແຫ່ງຊາດຊຸກທີ 15 ແລະ ສະພາປະຊາຊົນຂັ້ນແຂວງ ອາຍຸການ 2021 – 2026 ໃຫ້ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ
ບັນດາທ້ອງຖິ່ນຕັ້ງໜ້າກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນອາຍຸການ 2021-2026 - ảnh 1ກ່າເມົາ ມອບສຳເນົາເອກະສານ
(ພາບ: TTXVN)

ຕອນບ່າຍວັນທີ 15 ມີນາ, ຄະນະກຳມະການເລືອກຕັ້ງແຂວງ ກ່າເມົາ, ບິ່ງເຟື໊ອກ ໄດ້ມອບສຳເນົາເອກະສານສະມາຊິກສະພາແຫ່ງຊາດຊຸກທີ 15 ແລະ ສະພາປະຊາຊົນຂັ້ນແຂວງ ອາຍຸການ 2021 – 2026 ໃຫ້ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຂອງ 2 ແຂວງ ກ່າເມົາ ແລະ ບິ່ງເຟື໊ອກ ເພື່ອນຳເຂົ້າບັນຊີລາຍຊື່ກະກຽມກອງປະຊຸມປຶກສາຫາລືຄັ້ງທີ 2.

        ຢູ່ແຂວງ ກ່າເມົາ, ຄະນະກຳມະການແຂວງ ໄດ້ມອບສຳເນົາເອກະສານຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນຂັ້ນແຂວງ ອາຍຸການ 2021 – 2026 ລວມ 138 ຊຸດເພື່ອນຳເຂົ້າບັນຊີລາຍຊື່ກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືຄັ້ງທີ 2.

        ແຫຼ່ງຂ່າວຈາກຄະນະກຳມະການເລືອກຕັ້ງແຂວງ ບິ່ງເຟື໊ອກ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 14 ມີນາ, ຫົວໜ່ວຍນີ້ໄດ້ຮັບສຳເນົາເອກະສານຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ລວມ 9 ຊຸດແລະ ສຳເນົາເອກະສານ 100 ຜູ້ສະໝັກຮັບເລືອກຕັ້ງສະພາປະຊາຊົນຂັ້ນແຂວງ ອາຍຸການ 2021 – 2026 ລວມ 100 ຊຸດ.

        ແລະກໍ່ໃນວັນດຽວກັນ, ຄະນະກຳມະການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນແຂວງ ຕ່ຽນຢາງ ແລະ ບ່າເຣີຍ-ວູງເຕົ່າ ກໍ່ໄດ້ຈັດກອງປະຊຸມເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງວຽກງານກະກຽມຈັດຕັ້ງການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ