ບັນດາທ້ອງຖິ່ນຕ້ອນຮັບນັກທ່ອງທ່ຽວ ເນື່ອງໃນໂອກາດຕົ້ນປີ 2013

ບັນດາທ້ອງຖິ່ນຕ້ອນຮັບນັກທ່ອງທ່ຽວ ເນື່ອງໃນໂອກາດຕົ້ນປີ 2013 - ảnh 1
ນະຄອນ​ໂຮ່ຈິ​ມິນ ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວສາກົນ
ທຳອິດໃນປີ 2013
(ພາບ: hanoimoi.com.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 01/01, ຢູ່​ສະໜາມ​ບິນ​ສາກົນ ດາ​ນັ້ງ, ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວນະຄອນ ດາ​ນັ້ງ ​ແລະ ບໍລິ​ສັດ​ການບິ​ນ Silk Air ​ໄດ້​ຈັດ​ພິທີ່​ຕ້ອນຮັບ​ກ້ຽວບິນ​ສາກົນທຳ​ອິດ, ດ້ວຍ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ສິງກະ​ໂປ ​ເກືອບ 130 ຄົນ. ປີ 2012 ​ແມ່ນ​ປີ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດຢ່າງ​ໃຫຍ່​ຫຼວງທີ່​ມີ​ຕໍ່​ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນ​ດາ​ນັ້ງ ​ໃນ​ການ​ຂຸດ​ຄົ້ນ ​ແລະ ​ເພີ່ມ​ຈຳນວນ​ກ້ຽວ​ບິນ​ໂດຍ​ກົງ​ເຖິງ​ດາ​ນັ້ງ. ນະຄອນ​ດາ​ນັ້ງ ​ໄດ້​ຕ້ອນຮັບ​​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມດ້ວຍ​ທາງ​ອາກາດ​ເກືອບ 160.000 ​ເທື່ອ​ຄົນ, ​ເພີ່ມຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2011, ​ໃນ​ນັ້ນ​ມີ​ບັນດາ​ສາຍ​ການບິນ​​ໃໝ່​​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຄື; ​ເຂດຕາ​ເວັນ​ອອກ​ໄກ - ລັດ​ເຊຍ, ຈີນ, ສ.​ເກົາຫຼີ... ທ່ານ​ນາງ Annette Barton, ແຂກ​ທ່ອງ​ທ່ຽວ​ຜູ້​ທຳ​ອິດທີ່​ມາ​ຈາກ​ນະຄອນຫຼວງ​ລອນ​ດອນ, ​ແຫ່ງ​ລາ​ຊະ​ອານາຈັກ​ອັງກິດ ​ແບ່ງປັນ​ວ່າ.

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ​່ຂ້າພະ​ເຈົ້າ​ມາ​ດາ​ນັ້ງ, ຫາ​ກໍ່​ລົງ​ເຮືອບິນ ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຕ້ອນ​ຮັບ​ທີ່​ສະໜິດສະໜົມ​ຈາກຊາວ​ຫວຽດນາມ. ຂ້າພະ​ເຈົ້າ​ມາ​ທ່ອງ​ທ່ຽວ​ຫວຽດນາມ​ຜ່ານ​ການແນະນຳ​ຈາກເພື​່ອນຂອງ​ຕົນ ​ແລະ ຂ້າພະ​ເຈົ້າ​ຢາກ​​​ເຫັນ​ປະຈັກ​ຕາ​ວ່າ​ ນະຄອນດາ​ນັ້ງ ງາມ​ຄື​ແນວ​ໃດ”.

        ​ແລະ​ກໍ່​ໃນ​ມື​້ທຳ​ອິດ​ຂອງ​ປີ 2013, ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວສາກົນທີ່​ມາ​ຈາກ​ເຢ​ຍລະ​ມັນ ​ແລະ ​ຮົງ​ກົງ (ຈີນ) ດ້ວຍ​ຈຳນວນ 450 ຄົນ. ​ແລະ ກໍ​ໃນ​ສັບປະ​ດາ​ທຳ​ອິດ​ຂອງ​ປີ​ໃໝ່, Saigontourist ຈະ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ກວ່າ 3.000 ​ເທື່ອ​ຄົນ ພ້ອມ​ກັບ​ລູກ​ເຮືອ​ກໍ່າ​ປັ່ນ​ສາກົນ Super Star Aquarius ທີ່​ມາຢ້ຽມຢາມ ຮ້າ​ລອງ. ທ່ານ​ນາງ ຫງວຽນ​ທິ​ແຄ໋ງ, ຮອງ​ປະທານ​ສະຫະສະມາຄົມ​ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ, ​ໃຫ້​ຮູ້​ວ່າ.

        “ນະຄອນ​ໂຮ່ຈິ​ມິນ ມີ​ທ່າ​ແຮງ​ແມ່ນ​ມີ​ການ​ຄົມມະນາຄົມທາງ​ນ້ຳທີ່​ສະດວກ, ​ເພາະ​ສະ​ນັ້ນສະຫະສະ​ມາ​ຄົມ ​ແລະ ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ​ໄດ້​ມີ​ລາຍການ​ແຕ່​ປີ​ກ່ອນ ​ເພື່ອ​ລົງທຶນ​ພັດທະນາ​ການທ່ອງທ່ຽວ​ທາງ​ນ້ຳ, ​ເຊື່ອມ​ຕໍ່​ກັບ​ບັນດາ​ສາຍ​ທ່ອງ​ທ່ຽວ​ຢູ່​ແຂວງ​ໃກ້ຄຽງ​. ນີ້​ແມ່ນ​ໂຄງການ​ທີ່​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ. ທາງ​ນ້ຳ​ໃນ​ຕົວ​ເມືອງ, ທາງນ້ຳ​​ໄລຍະສັ້ນ, ​ໄລຍະກາງ ​ແລະ ​ໄລຍະຍາວ.”

ຂ່າວ/ບົດ​ອື່ນ