ບັນດາທ້ອງຖິ່ນສືບຕໍ່ຈັດຕັ້ງການຊາບຊຶມ ແລະ ຜັນຂະຫຍາຍປະຕິບັດ ມະຕິສູນກາງພັກຄັ້ງທີ 4

ບັນດາທ້ອງຖິ່ນສືບຕໍ່ຈັດຕັ້ງການຊາບຊຶມ ແລະ ຜັນຂະຫຍາຍປະຕິບັດ ມະຕິສູນກາງພັກຄັ້ງທີ 4 - ảnh 1
ກອງ​ປະຊຸມຊາບ​ຊຶມມະຕິ​ສູນ​ກາງພັກ​ຄັ້ງ​ທີ 4 ຢູ່​ແຂວງ Vinh Phuc
( ພາບ: .baovinhphuc.com.vn )

( vovworld ) – ​ໃນລະຫວ່າງ​ວັນ​ທີ 29 – 30/3, ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 ຊຸດທີ 11, ກ່ຽວ​ກັບ “ ບາງ​ບັນຫາ​ອັນຮີບ​ດ່ວນ​ໃນການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ”. ​ໃຫ້​ແກ່​ພະນັກງານ​ຫຼັກ​ແຫຼ່ງຂອງ​ບັນດາ​ແຂວງ. ຢູ່​ແຂວງ Ha Giang, ທ່ານ​ຮອງເລຂາ​ຄະນະ​ພັກ​ແຂວງ Vuong Mi Vang ​ໄດ້​ເຜີຍ​ແຜ່ ​ແລະ ຊາບ​ຊືມບັນດາ​ເນື້ອ​ໃນ​ທີ່​ສຳຄັນຂອງ​ມະຕິ​. ຕາມ​ແຜນການ​ຂອງ​ຄະນະ​ປະຈຳຄະນະ​ພັກ​ແຂວງ, ​ໃນເດືອນ 4 ​ແລະ ​ເດື​ອນ 5 ທີ່​ຈະ​ມາ​ເຖິງ​ຈະ​ຈັດ​ຕັ້ງ​ການຊາບ​ຊຶມມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ໃຫ້​ແກ່​ພະນັກງານ​ຫຼັກ​ແຫຼ່ງຂັ້ນ​ແຂວງ​ທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານ, ພະນັກງານ​ຂັ້ນ​​ເມືອງພະນັກງານ​ເທົ່າ​ທຽບ ​ແລະ ພະນັກງານ​ສະມາຊິກ​ພັກ​ຂັ້ນ​ຮາກ​ຖານ. ຢູ່​ແຂວງ Vinh Phuc, ກອງ​ປະຊຸມ​ຊາບ​ຊຶມມະຕິ​ສູນ​ກາງພັກ​ຄັ້ງ​ທີ 4 ​ໄດ້​ສຸມ​ໃສ່​ແນະ​ນຳ ​ແລະ ປຶກສາ​ຫາລື 3 ບັນ​ກາ​ທີ​ຮີບ​ດ່ວນ​ໃນ​ວຽກງານ​ກໍ່ສ້າງ​ພັກ​​ປະຈຸ​ບັນ​ໂດຍ​ສູນ​ກາງພັກ​ກຳນົດ. ຢູ່​ແຂວງ Binh Duong, ກອງ​ປະຊຸມ​ຊາບ​​ຊຶມໄດ້​​ແນະນຳ​ກ່ຽວ​ກັບ​ຈຸດປະສົງ, ຄວາມ​ໝາຍ​ສຳຄັນ ​ແລະ ບັນດາ​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ​ຂອງ​ມະຕິ, ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງສູງ​ກ່ຽວ​ກັບ​ດ້ານ​​ແນວ​ຄິດ, ຄວາມ​ຕັດສິນ​ໃຈ​ປະຕິບັດ​ໃນ​ຖັນ​ແຖວ​ພະນັກງານ​ຂອງ​ແຂວງ. ກອງ​ປະຊຸມ​ຍັງ​ປຶກສາ​ຫາລື 8 ໜ້າ​ທີ​ວຽກງານກໍ່​ສ້າງພັກ ​ເຊິ່ງກອງ​ປະຊຸມ​​ໃຫຍ່ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ໄດ້​ວາງ​ອອກ, ຖື​ນັ້ນ​​ແມ່ນ​ບັນດາ​ໜ້າ​ທີ​ທັງ​ເປັນ​ພື້ນຖານ, ທັງ​ຍາວ​ນານ ​ແລະ ປະຕິບັດ​ເປັນ​ປະຈຳ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ.

ຂ່າວ/ບົດ​ອື່ນ