ບັນດາທ້ອງຖີ່ນສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Dianmu

ບັນດາທ້ອງຖີ່ນສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Dianmu - ảnh 1
(ພາບປະກອບ)

(vovworld) - ຕາມ​ຄະນະ​ຊີ້​ນຳ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ ​ແລະ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ແຂວງ ​ເງາະ​ອານ, ຮອດ​ຕອນ​ເຊົ້າ​ວັນ​ທີ 21/8, ຍ້ອນ​ຜົນ​ສະທ້ອນ​ຈາກ​ພາຍຸ Dianmu, ​ໃນ​ບໍລິ​ເວນ​ແຂວງ​ມີ 1 ຄົນ​ເສຍ​ຊີວິດ, ​ເຮືອນ 16 ຫຼັງ​ຖືກ​ນ້ຳ​ຖ້ວມ, ​ເຮືອນ 6 ຫຼັງ​ຖືກ​ນຳ້​ແກ່ງ​ຊຸ​ໄປ, ລົດ​ໂອ​ໂຕ 3 ຄັນ, ​ເຮືອຈັກ 1 ລຳ​ແລະ ​ເຄື່ອງ​ກຳ​ເນີ​ດ​ໄຟຟ້າ 150 ​ເຄື່ອງ​ຖືກ​ເປ່​ເພ. ການ​ນຳ​ແຂວງ ​ເງາະ​ອານ ​ໄດ້ຮຽກຮ້ອງ​ປະທານ​ຄະນະ​ກຳ​ການ​ປະຊາຊົນ​ບັນດາ​ເມືອງ, ນະຄອນ, ​ເທດສະບານ​ໃນ​ແຂວງ ລະດົມ​ກຳລັງ, ອຸປະກອນ​ໃນ​ທ້ອງ​ຖີ່​ນ​ເພື່ອ​ຊ່ວຍ​ເຫຼືອ, ​ແນະນຳ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ; ຈັດ​ຕັ​້ງການ​ຢື້​ຢາມ​ຖາມ​ຂ່າວ, ປຸກລະດົມ​ຄອບຄົວ​ທີ່​ມີ​ຄົນ​ເສຍ​ຊີວິດ, ຄອບຄົວ​ຖືກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຍ້ອນ​ຝົນຕົກ​ພາຍຸ​ກໍ່​ຂຶ້ນ.

​ແລະ ກໍ່​ຍ້ອນ​ພາຍຸ Dianmu, ​ໄລ່​ຮອດ​ຕອນ​ບ່າຍ​ວັນ​ທີ 20/8, ຢູ່​ແຂວງ ອຽນ​ບ໋າ​ຍ ມີ​ເຮືອນ 14 ຫຼັງ​ຖືກ​ເປ່​ເພ, ​ແລະ ​ເຮືອນ 2 ຫຼັງ​ຖືກ​ນຳ້​ແກ່ງ​ຊຸ​ໄປ, ​ເຮື​ອນ 971 ຫຼັງ​ຖືກ​ນຳ້​ຖ້ວມ… 1.511 ຄອບຄົວ​ຕ້ອງ​ໄປ​ອົບ​ພະຍົບຢູ່​ບ່ອນ​ທີ່​ປອດ​ໄພ.

ຢູ່​ແຂວງ​ເຊີນ​ລາ, ​ໄລ່​ຮອດ​ຕອນ​ເຊົ້າ​ວັນ​ທີ 21/8, ມີ 1 ຄົນ​ເສຍ​ຊີວິດ, 1 ຄົນ​ຫາຍ​ສາບ​ສູນ, 2 ຄົນ​ຮັບ​ບາດ​ເຈັບ; ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຄາດ​ວ່າ​ໄດ້​ຂຶ້ນ​ເຖິງ 32 ຕື້​ດົ່ງ​ຫວຽດນາມ.

ສ່ວນ​ຢູ່​ແຂວງ ຕວຽນ​ກວາງ​ຝົນຕົກ​ນ້ຳ​ແກ່ງ​ພ້ອມ​ກັບ​ລົມພາຍຸ​ໄດ້​ເຮັດ​ໃຫ້​ເຮືອນ 4 ຫຼັງ​ຖືກ​ເປ່​ເພ, ​105 ຫຼັງ​ຄາ​​ເຮືອນຖືກ​ປີ້ນ​ຂຶ້ນ, ຫ້ອງ​ຮຽນ​ອະນຸບານ 4 ຫ້ອງ ​ແລະ ສຸກສາລາ 1 ​ແຫ່ງ​ຢູ່​ເມືອງ ​ເຊີນ​ເຢືອງຖືກ​ເປ່​ເພ ​ແລະ ປີ້ນ​ຫຼັງຄາ. ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ​ຂອງ​ທ້ອງ​ຖີ່​ນ​ເຫຼົ່າ​ນັ້ນ ​ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ຮັບ​ມີ​ກັບ​ພາຍຸ​ນຳ້​ຖ້ວມ; ຢື້​ນຢາມ​ຖາມ​ຂ່າວ, ໜູນ​ຊ່ວຍ​ບັນດາ​ຄອບຄົວ​ຖືກ​ເສຍ​ຫາຍ​ຈາກ​ ພາຍຸ Dianmu ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ