ບັນ​ດາ​ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຕ່າງ​ປະ​ເທດ ເຊື່ອ​ໝັ້ນ​ວ່າ ພັກ​ກອມ​ມູ​ນິດ ຈະ​ນຳ​ພາ​ ຫວຽດ​ນາມ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸຢ່າງ​ຍິ່ງໃຫຍ່​ໃນ​ດ້ານ​ເສດ​ຖະ​ກິດ

(VOVWORLD) -ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ບັນດາປະເທດປະຈຳ ຫວຽດນາມ ຫຼາຍທ່ານ ມີຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ທີ່ຜ່ານມາ, ພ້ອມທັງໄດ້ຕີລາຄາສູງບົດບາດຂອງພັກຕໍ່ຊາດ ຫວຽດນາມ.
ບັນ​ດາ​ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຕ່າງ​ປະ​ເທດ ເຊື່ອ​ໝັ້ນ​ວ່າ ພັກ​ກອມ​ມູ​ນິດ ຈະ​ນຳ​ພາ​ ຫວຽດ​ນາມ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸຢ່າງ​ຍິ່ງໃຫຍ່​ໃນ​ດ້ານ​ເສດ​ຖະ​ກິດ - ảnh 1ທ່ານ Yerlan Baizhanov ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳຫວຽດນາມ

ທ່ານ Anar Imanov ເອກອັກຄະລັດຖະທູດ ອາແຊັກໄບຊານ ປະຈຳ ຫວຽດນາມ ແມ່ນໜຶ່ງໃນບັນດານັກການທູດຕ່າງປະເທດ ທີ່ມີຄວາມສົນໃຈຕໍ່ການດຳລົງຊີວິດດ້ານການເມືອງ - ສັງຄົມຢູ່ ຫວຽດນາມ. ໃນໂອກາດຕົ້ນລະດູບານໃໝ່ ປີ ສະຫຼຸ 2021, ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ທຸກຂໍ້ຕົກລົງໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະປັບປຸງ ແລະ ທະວີຄູນບັນດາຜົນສຳເລັດຂອງ ຫວຽດນາມ ໃນທຸກຂົງເຂດ.

ທ່ານ Vahram Kozhoyan ເອກອັກຄະລັດຖະທູດ ອາກເມເນຍ ກໍ່ກ່າວວ່າ ບັນດາຂໍ້ຕົກລົງສຳຄັນທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະຊຸກຍູ້ ຫວຽດນາມ ມີການກ້າວເດີນຢ່າງໝັ້ນແກ່ນໃນໄລຍະ 2021 – 2025, ຮັບປະກັນການພັດທະນາຮອດປີ 2045 ແລະ ໄກກ່ວາອີກ.

        ໃນຂະນະນັ້ນ, ທ່ານ Yerlan Baizhanov ເອກອັກຄະລັດຖະທູດ ກາຊັກສະຖານ ໄດ້ຕີລາຄາວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ສິ້ນສຸດລົງຢ່າງສຳເລັດຜົນນີ້ ໄດ້ວາງອອກບັນດາບາດກ້າວໃໝ່ໃນແນວທາງປ່ຽນແປງໃໝ່. ທ່ານ Baizhanov ກໍ່ຖືວ່າ ຫວຽດນາມ ໄດ້ຮັບມືກັບ ໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນ ແລະ ຈະຮັບມືກັບການລະບາດຄັ້ງໃໝ່ ຫວ່າງແລ້ວນີ້ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ