ບັນດານັກສອບເສັງໄດ້ສຳເລັດບົດເສັງໃນງານປະກວດສີມືແຮງງານອາຊຽນ

ບັນດານັກສອບເສັງໄດ້ສຳເລັດບົດເສັງໃນງານປະກວດສີມືແຮງງານອາຊຽນ - ảnh 1
ນັກ​ສອບ​ເສັງ​ໃນ​ການ​ເສັງ​ກ່ຽວ​ກັບ​ການ​ບໍ​ລິ​ການ​ຮ້າ​ນ​ອາ​ຫານ
(ພາບ: Kim Thanh, Thy Hạt/VOV-Trung tâm Tin)


(vovworld)​ ​- ພາຍ​ຫຼັງ​​ແຂ່ງຂັນເປັນ​ເວລາ 3 ວັນ, ຕອນ​ບ່າຍ​ວັນ​ທີ 26/10, ​ ນັກ​ສອບ​ເສັງ​ 293 ຄົນ​​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ ທີ່​ເຂົ້າ​ຮ່ວມງານ​ປະ​ກວດ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10 ​ໄດ້​ສຳ​ເລັດ​​ບົດ​ເສັງຂອງ​ຕົນດ້ວຍ 25 ວິຊາ. ທ່ານ​ກາວ​ວັນ​ເຊີມ, ຮອງ​ຫົວໜ້າ​ກົມ​ໃຫຍ່​ ກົມ​ໃຫຍ່​ສອນ​ວິ​ຊາຊີບ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ປະ​ກວດ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10, ​ໃຫ້​ຮູ້​ວ່າ:

        “​​ຄຸນ​ນະພາ​ບຂອງງານ​ປະ​ກວດ​ສີມື​ແຮງ​ງານ​ອາ​ຊຽນ ປີ​ນີ້ສະໝຳ່ສະ​ເໝີ​ພໍ​ສົມຄວນ. ຜ່ານ​ການປະ​ກວດແຕ່​ລະ​ຄັ້ງ​ພວກ​ເຮົາ​ເຫັນ​ວ່າ​ຄຸນ​ນະພາ​ບ​ບັນດານັກ​ສອບ​ເສັງ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ສີມື​ແຮງ​ງານ​ອາ​ຊຽນນັບ​ມື້​ນັບ​ດີ​ກ່ວາ, ພິ​ເສດ​ຄວາມ​​ຜິດ​ດ່ຽງ​ ລະ​ຫວ່າງ​ບັນດາ​ປະ​ເທດ​ນີ້​ບໍ່​ຫຼາຍ​ປານ​​​ໃດ. ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາກັບ​ສາກົນ​ວ່າ: ງານ​ປະ​ກວດ​ສີມື​ແຮງ​ງານອາ​ຊຽນຈະ​ສ້າງ​ຄວາມປະ​ທັບ​ໃຈ, ມີ​ຄວາມຍຸຕິ​ທຳ.”

ວັນ​ທີ 28/10, ກອງ​ປະຊຸມ​ຄະນະ​ກຳມະການ​ຈັດ​ຕັ້ງ ​ແລະ ກອງ​ປະຊຸມ​ຄະນະ​ກຳມະການ​ເຕັກນິກ ຄັ້ງ​ທີ 3 ຈະ​ຖືກ​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ຮັບຮອງ ​ແລະ ຮັບຮອງ​ເອົາ​ໝາກຜົນ​ງານ​ປະ​ກວດ​ສີມື​ແຮງ​ງານ​ອາ​ຊຽນ. ພິທີ​ອັດ​ງານ​ປະ​ກວດ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10 ຖືກດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ