ບັນດານັກອຸປະຖຳ ຊຸກຍູ້ ເກຣັກ ຮັບຮູ້ເງື່ອນໄຂ ໜູນຊ່ວຍດ້ານການເງິນ

ບັນດານັກອຸປະຖຳ ຊຸກຍູ້ ເກຣັກ ຮັບຮູ້ເງື່ອນໄຂ ໜູນຊ່ວຍດ້ານການເງິນ - ảnh 1
ບັນດາ​ຝ່າຍ​ບໍ່​ບັນລຸ​ໄດ້​ການ​ປະ​ນິປະນອມ​ກ່ຽວ​ກັບ​ທຸກໆ​ຂໍ້ມາດຕາ​ຂອງ​ບ້ວງ​ເງິນ​ອຸປະຖຳ​ທີ 2 ​ໃຫ້​ແກ່ ​​​ເກຣັກ

ໃນ​ການ​ເຈລະຈາ​ເມື່ອ​ວັນ​ທີ 5/2 ລະຫວ່າງ​ລັດຖະບານ ​​ເກຣັກ ​ແລະ ບັນດາ​ຜູ້ຕາງໜ້າ​ຂອງ ”ກຸ່ມ 3 ອົງ​ການ” ອຸປະຖຳ​ສາກົນ, ລວມມີ​ຄະນະ​ກຳມະການ​ເອີ​ລົບ (ຫຼື EC), ທະນາຄານ​ສູນ​ກາງ​ເອີ​ລົບ (ຫຼື ECB) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (ຫຼື IMF) ພັດຖືກ​ຕົກ​ເຂົ້າ​ສູ່​ສະພາບ​ການບໍ່​ມີ​ທາງ​ອອກ. ບັນດາ​ຝ່າຍ​ບໍ່​ບັນລຸ​ໄດ້​ການ​ປະ​ນິປະນອມ​ກ່ຽວ​ກັບ​ທຸກໆ​ຂໍ້ມາດຕາ​ຂອງ​ບ້ວງ​ເງິນ​ອຸປະຖຳ​ທີ 2 ​ໃຫ້​ແກ່ ​​​ເກຣັກ ທີ່​ມີ​ມູນ​ຄ່າ 130 ຕື້​ເອີ​ໂຣ​ເຊິ່ງ​ແມ່ນ ຈຳນວນ​ເງິນ​ເຊິ່ງ Athens ຢາກ​ໄດ້​​ໄວເພື່ອ​ຫຼີກ​ລ້ຽງ​ການ​ລົ້ມ​ລະລາຍ​. ​ໃນ​ຂະນະ​ນັ້ນ, ”ກຸ່ມ 3 ອົງການ” ອຸປະຖຳສາກົນ​ໄດ້​ອອກ​ຄຳ​ຂາດ​ໃຫ້​ແກ່​ລັດ​ຖະບານ ​​ເກຣັກ  ​ແມ່ນ​ຕ້ອງ​ຍົກ​ອອກ ”ຄຳ​ຕອບ​ທີ່​ຕັ້ງໜ້າ​ໃຫ້​ແກ່​ບັນດາ​ເງື່ອນ​ໄຂໜູນ​ຊ່ວຍ​ດ້ານ​ການ​ເງິນ​ກ່ອນຈຸດ​ເວລາ 11 ​ໂມງ ​ໃນ​ວັນ​ທີ 6/2”. ບັນດາ​ຄວາມບໍ່​ລົງ​ລອຍ​ກັນ​ຕົ້ນ​ຕໍ່​ແມ່ນ​​ເລື່ອງ ”ກຸ່ມ 3 ອົງ​ການ” ອຸປະຖຳ​ສາກົນ ສະເໜີ​ເກຣັກ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ເພີ່ມ​ເຕີມ​ໃນ​ນະ​ໂຍບາຍ ”ຮັດ​ເຂັມຄັດ”, ຕາມ​ນັ້ນ​ແລ້ວ, Athens ຈະ​ຕ້ອງ​ຫຼຸດຜ່ອນ​ເງິນ​ເດືອນ​ພື້ນຖານ​ໃນ​ພາກເອກະ​ຊົນ, ​ເງິນພັກ​ກິນ​ເບ້ຍບຳນານ, ລົບ​ລ້າງ​ການ​ຈ່າຍ​ເງິນ​ເດືອນ, ສຳລັບ​ເດືອນ​ທີ 13 ​ແລະ 14​.​.​.​

​ໃນ​ຂະນະ​ນັ້ນ​ຄື​ວັນ​ທີ 5/2, ທ່ານ​ນາຍົກລັດຖະມົນຕີ​​​ເກຣັກ Lucas Papademos ​ໃຫ​້ຮູ້​ວ່າ: ຜູ້ນຳ 3 ພັກ​ການ​ເມືອງ​ທີ່​ສຳຄັນ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຫຼາຍ​ມາດ​ຕະການ, ລວມມີ​ການ​ຫຼຸດຜ່ອນ​ເງິນ​ເດືອນ ​ແລະ ບັນດາການ​ປະຕິ​ຮູບ​ອື່ນໆ, ​ຄື​ດັ່ງ​ສ່ວນໜຶ່ງ​ໃນ​ແຜນການ​ຫຼຸດຜ່ອນ​ການ​ໃຊ້​ຈາ​ຍທີ່​ມີ​ມູນ​ຄ່າ 1,5% ຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຫຼື GDP) ຂອງ​ປະ​ເທດ​ນີ້ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ໄພ​ລົ້ມ​ລະລາຍ.

 

 

ຂ່າວ/ບົດ​ອື່ນ