ບັນ​ດາ​ນັກ​ອຸ​ປະ​ຖຳ​ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູ​ນ​ຊ່ວຍ​ເງິນ​ເກືອບ 300 ລ້ານ USD ໃຫ້​ແກ່ລີ​ບັງ

(VOVWORLD) -  ບັນດານັກອຸປະຖຳສາກົນໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍເງິນ ປະມານເກືອບ 300 ລ້ານ USD ໃຫ້ແກ່ລີບັງ ເພື່ອຊ່ວຍປະເທດນີ້ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດລະເບີດທີ່ຜ່ານມາຢູ່ນະຄອນຫຼວງ Beirut.
ບັນ​ດາ​ນັກ​ອຸ​ປະ​ຖຳ​ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູ​ນ​ຊ່ວຍ​ເງິນ​ເກືອບ 300 ລ້ານ USD ໃຫ້​ແກ່ລີ​ບັງ - ảnh 1ເຫດລະເບີດຢູ່ລີບັງ (ພາບ: BBC) 

ບ້ວງເງິນໜູນຊ່ວຍນີ້ໄດ້ຍົກອອກມາໃນກອງປະຊຸມທາງອອນລາຍໃນວັນທີ 9 ສິງຫາໂດຍຝລັ່ງສົມທົບກັບ ສປຊ ຈັດຕັ້ງເພື່ອແນໃສ່ຊ່ວຍເຫຼືອຊາວລີບັງແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດລະເບີດທີ່ຜ່ານມາ. ໃນນັ້ນ ຝລັ່ງ ໄດ້ໜູນຊ່ວຍເງິນ 25 ລ້ານປອນ ພ້ອມກັບບັນດາປະເທດຄື: ເຢຍລະມັນ, ນອກແວ, ສະວິດ…

        ໃນຂະນະນັ້ນ, ກອງທຶນເງິນຕາສາກົນ (IMF) ກໍ່ກຽມພ້ອມທີ່ຈະເພີ່ມ ຄວາມມານະພະຍາຍາມທົບ 2 ເທົ່າເພື່ອຊ່ວຍເຫຼືອລີບັງ ດ້ວຍເງື່ອນໄຂທີ່ວ່າ ບັນດາກຳລັງການເມືອງພາຍໃນປະເທດຕ້ອງສາມັກຄີກັນ, ປະຕິບັດບັນດາການປະຕິຮູບທີ່ຈຳເປັນ, ຄວບຄຸມການຖອນ ແລະ ໂອນທຶນອອກຈາກປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ