ບັນດາບັນຫາສາກົນສຳຄັນໄດ້ເຕື້ອງເຖິງຢູ່ເວທີປາໄສເສດຖະກິດ​ຝ່າຍຕາເວັນອອກ

(VOVWORLD) - ເພື່ອພັດທະນາພາກພື້ນ ອາຊີ - ປາຊີຟິກແບບຍືນຍົງນັ້ນ ຄວນຮັບປະກັນຄວາມໝັ້ນຄົງໃຫ້ພາກພື້ນນີ້, ບໍ່ປະໃຫ້ເກີດການປະທະກັນໃໝ່ ແລະ ບັນດາການປະທະກັນໃນປັດຈຸບັນ ຄວນແກ້ໄຂໂດຍຜ່ານການເຈລະຈາ.
ບັນດາບັນຫາສາກົນສຳຄັນໄດ້ເຕື້ອງເຖິງຢູ່ເວທີປາໄສເສດຖະກິດ​ຝ່າຍຕາເວັນອອກ - ảnh 1 ເວທີປາໄສເສດຖະກິດຝ່າຍຕາເວັນອອກ

ນີ້ແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ກອງປະຊຸມຄົບຄະນະໃນວັນທີ 12 ກັນຍາ ຢູ່ເວທີປາໄສເສດຖະກິດຝ່າຍຕາເວັນອອກ (EEF) ຄັ້ງທີ່ 4 ໄດ້ຈັດຕັ້ງຢູ່ Vladivostok ພາກຕາເວັນອອກໄກ ລັດເຊຍ.

        ໃນບົດກ່າວປາໄສຂອງຕົນ, ທ່ານປະທານາທິບໍດີ Putin ກໍ່ຊີ້ແຈ້ງວ່າ ປັດຈຸບັນລັດທິອາລັກຂາໃນໂລກພວມເພີ່ມຂຶ້ນ ແລະ ກໍ່ໃຫ້ເກີດສິ່ງທ້າທາຍຕໍ່ການຄ້າທົ່ວໂລກ, ໃນນັ້ນ ມີບັນດາປະເທດ ອາຊີ - ປາຊີຟິກ. ທ່ານ Putin ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດທົ່ວໂລກພວມນັບມື້ນັບປະເຊີນໜ້າກັບສະພາບການຮ້າຍແຮງຂອງລັດທິອາລັກຂາເສດຖະກິດ ເມື່ອບັນດາຫຼັກການພື້ນຖານຂອງການຄ້າ, ການແກ່ງແຍ້ງ ແລະ ບັນດາຜົນປະໂຫຍດເສດຖະກິດພວມຖືກຫລຸດລົງ. ຕາມການນຳ ລັດເຊຍ ແລ້ວ, ນີ້ແມ່ນ “ສິ່ງທ້າທາຍຢ່າງຮ້າຍແຮງຕໍ່ພື້ນຖານເສດຖະກິດທົ່ວໂລກ, ເປັນຕົ້ນແມ່ນ ສຳລັບການເຕີບໂຕທີ່ຂະຫຍັນຂັນເຄື່ອນຂອງພາກພື້ນ ອາຊີ - ປາຊີຟິກ”.

ຕອບກັບ

ຂ່າວ/ບົດ​ອື່ນ