ບັນດາບັນຫາເຄັ່ງຮ້ອນທີ່ເກີດຂຶ້ນໃນກອງປະຊຸມສຸດຍອດ ອີຢູ

(VOVWORLD) - ກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ ໄດ້ໄຂຂຶ້ນຢູ່ ບຣຸກແຊນ ປະເທດ ແບນຊິກ 
ບັນດາບັນຫາເຄັ່ງຮ້ອນທີ່ເກີດຂຶ້ນໃນກອງປະຊຸມສຸດຍອດ ອີຢູ - ảnh 1ບັນດາບັນຫາເຄັ່ງຮ້ອນທີ່ເກີດຂຶ້ນໃນກອງປະຊຸມສຸດຍອດ ອີຢູ (ພາບ The National) 

ດ້ວຍລາຍການດຳເນີນງານສຸມໃສ່ເຂົ້າໃນບັນດາບັນຫາເຄັ່ງຮ້ອນຄື: ຊາວອົບພະຍົບ, ການປະຕິຮູບພາກພື້ນໃຊ້ສະກຸນເງິນຮ່ວມເອີຣົບ (Eurozone), ດຳເນີນການເຈລະຈາ Brexit (ອັງກິດ ຖອນອອກຈາກ ອີຢູ) ແລະ ງົບປະມານໄລຍະຍາວຂອງ ອີຢູ. ບັນຫາຊາວອົບພະຍົບຈະແມ່ນຫົວເລື່ອງຕົ້ນຕໍໃນລາຍການດຳເນີນງານຂອງກອງປະຊຸມສຸດຍອດຄັ້ງນີ້.

        ວັນທີ 28 ມິຖຸນາ, ອີຕາລີ ໄດ້ຄັດຄ້ານຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ແນໃສ່ກໍ່ກຳລັງກົດດັນ ບັງຄັບໃຫ້ບັນດາການນຳ ອີຢູ ຕ້ອງຊ່ວຍເຫຼືອປະເທດນີ້ໃຫ້ຫລາຍກ່ວາ ໃນການຮັບມືກັບກະແສຟອງຊາວອົບພະຍົບ.

        ແລະກໍ່ໃນວັນທີ 28 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຍອມຮັບວ່າ ຄວນຍູ້ “ໄວກ່ວາ” ວິວັດທະນາການເຈລະຈາ Brexit (ລອນດອນຖອນຕົວອອກຈາກສະຫະພາບ ເອີຣົບ - ອີຢູ), ພິເສດແມ່ນໃນສະພາບການບັນດາການນຳ ອີຢູ ກ່າວເຕືອນເວລາ ເພື່ອບັນລຸໄດ້ຂໍ້ຕົກລົງທີ່ເໝາະສົມແມ່ນຍັງບໍ່ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ