ບັນດາບໍລິສັດຢາງພາລາຫວຽດນາມໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ,ສັງຄົມແຂວງ Kampong Thom

(VOVWORLD) -ວັນທີ 19 ມີນາ, ເຈົ້າແຂວງ Kampong Thom ທ່ານ Sok Lu, ປະເທດກຳປູເຈຍ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງບັນດາບໍລິສັດຢາງພາລາຫວຽດນາມ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງນີ້
ບັນດາບໍລິສັດຢາງພາລາຫວຽດນາມໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ,ສັງຄົມແຂວງ Kampong Thom - ảnh 1 (ພາບປະກອບ: TTXVN)

ເມື່ອໄປພ້ອມກັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ວູກວາງມິງ ໄປຢ້ຽມຢາມບໍລິສັດຢາງພາລາຂອງຫວຽດນາມ ບາງແຫ່ງທີ່ພວມເຄື່ອນໄຫວໃນບໍລິເວນແຂວງ. ທ່ານເຈົ້າແຂວງ Sok Lu ໃຫ້ຮູ້ວ່າ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007 ມາຮອດປະຈຸບັນ, ບັນດາບໍລິສັດຢາງພາລາໄດ້ມີຄວາມສາມັກຄີກັບອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນເປັນຢ່າງດີ; ໄດ້ປະກອບເຂົ້າງົບປະມານໃຫ້ແກ່ທ້ອງຖິ່ນ, ດຶງດູດໄດ້ຄົນງານເປັນຈຳນວນຫຼວງຫຼາຍ, ປະຕິບັດວຽກງານຮັບປະກັນຊີວິດສັງຄົມເປັນຢ່າງດີ.

        ສ່ວນທ່ານເອກອັກຄະລັດຖະທູດ ວູກວາງມິງ ເນັ້ນໜັກວ່າ, ບັນດາບໍລິສັດທີ່ລົງທຶນເຂົ້າຂົງເຂດຢາງພາລາຢູ່ກຳປູເຈຍ ໄດ້ປະຕິບັດນະໂຍບາຍລົງທຶນຢູ່ຕ່າງປະເທດຂອງລັດຖະບານຫວຽດນາມ ເປັນຢ່າງດີ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາທາງດ້ານເສດຖະກິດຂອງ 2 ປະເທດເທົ່ານັ້ນ, ຫາກຍັງເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບຫວຽດນາມ - ກຳປູເຈຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ