ບັນດາປະເທດ MLC ສະໜັບສະໜູນເສດຖະກິດໂລກເປີດແລະລະບົບການຄ້າຫຼາຍຝ່າຍ

(VOVWORLD) -ວັນທີ 17 ທັນວາ, ລັດຖະມົນຕີການຕ່າງປະເທດຂອງ 6 ປະເທດສັງກັດອົງການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້າງຊ້າງ (MLC) ເຊິ່ງລວມມີ: ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພື້ນຖານເສດຖະກິດເປີດ ແລະ ຮັກສາລະບົບການຄ້າຫຼາຍຝ່າຍ ໂດຍອີງໃສ່ບັນດາຫຼັກການກັບອົງການການຄ້າໂລກ (WTO) ເປັນຈຸດສຸມ.

ບັນດາປະເທດ MLC ສະໜັບສະໜູນເສດຖະກິດໂລກເປີດແລະລະບົບການຄ້າຫຼາຍຝ່າຍ - ảnh 1ບັນດາປະເທດ MLC ສະໜັບສະໜູນເສດຖະກິດໂລກເປີດແລະລະບົບການຄ້າຫຼາຍຝ່າຍ

(ພາບ: Vietnam+)

ຕາມແຈ້ງການຊື່ມວນຊົນທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ MLC ຄັ້ງທີ 4 ເຊິ່ງດຳເນີນຢູ່ນະຄອນຫຼວງພະບາງ, ປະເທດລາວ ແລ້ວ, ບັນດາລັດຖະມົນຕີໄດ້ຢືນຢັນຄືນໃໝ່ເລື່ອງ MLC ຈະອີງໃສ່ບັນດາຫຼັກການເຫັນດີເຫັນພ້ອມ, ຍຸຕິທຳ, ທາບທາມຄວາມເຫັນເຊິ່ງກັນແລະກັນ, ສົມທົບກັນ, ສະໝັກໃຈ, ແບ່ງປັນຜົນປະໂຫຍດ ແລະ ການປະກອບສ່ວນລວມ. ບັນດາຝ່າຍກໍ່ຢືນຢັນຄືນໃໝ່ການເຄົາລົບກົດບັດຂອງສະຫະປະຊາຊາດ, ກົດໝາຍສາກົນບົນຈິດໃຈມິດຕະພາບ, ເປີດອົກເປີດໃຈ ແລະ ກວມລວມ. ຄຽງຂ້າງນັ້ນ, ບັນດາລັດຖະມົນຕີກໍ່ເຫັນດີຮ່ວມມືໃນການຜະລິດທີ່ມີຄຸນນະພາບສູງ, ຍູ້ແຮງການສ້າງຕັ້ງແຜນການຮ່ວມມືກ່ຽວກັບການຮ່ວມສຳພັນລະຫວ່າງບັນດາປະເທດ MLC, ກໍຄືບັນດາແຜນການພັດທະນາຂອງການຮ່ວມມືໃນການຜະລິດ ແລະ ເສດຖະກິດຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ