ບັນດາປະເທດ ອີຢູ ເຫັນດີ “ເປິດໄຟຂຽວ” ໃຫ້ແກ່ການເຈລະຈາດ້ານການຄ້າຢ່າງເປັນທາງການກັບ ອາເມລິກາ

(VOVWORLD) -ວັນທີ 11 ເມສາ, ບັນດາແຫຼ່ງຂ່າວຂອງ ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງກຸ່ມນີ້ ໄດ້ “ເປີດໄຟຂຽວ” ໃຫ້ແກ່ການດໍາເນີນບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ, ຢຸດຕິສະພາບການຈົນຕາແຈທີ່ແກ່ຍາວມາເປັນເວລາຫຼາຍເດືອນ

        ວັນທີ 11 ເມສາ, ບັນດາແຫຼ່ງຂ່າວຂອງ ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງກຸ່ມນີ້ ໄດ້ “ເປີດໄຟຂຽວ” ໃຫ້ແກ່ການດໍາເນີນບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ, ຢຸດຕິສະພາບການຈົນຕາແຈທີ່ແກ່ຍາວມາເປັນເວລາຫຼາຍເດືອນ ຍ້ອນການຄັດຄ້ານຂອງ ຝລັ່ງ. ທີ່ກອງປະຊຸມຂອງຄະນະກໍາມະການເອີຣົບ (EC) ຢູ່ ບຣຸກແຊນ ປະເທດແບນຊິກ, ຕາງໜ້າບັນດາປະເທດ ອີຢູ ໄດ້ເຫັນດີເປັນເອກະພາບຕໍ່ສອງພາລະກໍາທີ່ຍົກອອກໃນການເຈລະຈາກັບ ອາເມລິກາ ຄັ້ງຈະມາເຖິງ ນັ້ນແມ່ນ: ຫຼຸດຜ່ອນພາສີນໍາເຂົ້າສິນຄ້າອຸດສາຫະກໍາ ແລະ ຫຼຸດບັນດາຂໍ້ກໍານົດທີ່ອະນຸຍາດໃຫ້ບັນດາບໍລິສັດຂອງສອງຝ່າຍ ຕອບສະໜອງມາດຕະຖານຂອງ ອາເມລິກາ ຫຼື ອີຢູ. ສອງພາລະກໍາເຈລະຈານີ້ ຄາດວ່າຈະໄດ້ສະເໜີຮັບຮອງເອົາຢ່າງເປັນທາງການໃນກອງປະຊຸມຂອງບັນດາລັດຖະມົນຕີກະຊວງກະສິກໍາ ຂອງ ອີຢູ ໃນວັນທີ 15 ເມສາ ຢູ່ ບຣຸກແຊນ.


ຕອບກັບ

ຂ່າວ/ບົດ​ອື່ນ