ບັນດາປະເທດ ອາເມລິກາລາຕິນ ແລະ Caribe ຈັດການປະຊຸມວິສາມັນກ່ຽວກັບສະພາບການ Parauay

ບັນດາປະເທດ ອາເມລິກາລາຕິນ ແລະ Caribe ຈັດການປະຊຸມວິສາມັນກ່ຽວກັບສະພາບການ Parauay - ảnh 1
ທ່ານ​ Ricardo Patino ລັດຖະມົນຕີ​ການ​ຕ່າງປະ​ເທດ Ecuador
ພາບ: internet



(vovword) - ປະຊາ​ຄົມ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາຕິ​ນ ​ແລະ Caribe ຈະ​ຈັດ​ຕັ້ງ​ການ​ປະຊຸມ​ວິສາມັນ​ໃນ​ວັນ​ທີ 05/7 ຢູ່ ນະຄອນຫລວງ Santiago ປະ​ເທດ ຈີ​ເລ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ Paraguay ພາຍຫລັງ​ເຫດກາ​ນປົດ​ຕຳ​    ແຫນ່​ງປະທານາທິບໍດີ Fenando Lugo. ທ່ານ​ Ricardo Patino ລັດຖະມົນຕີ​ການ​ຕ່າງປະ​ເທດ Ecuador ​ໃຫ້​ຮູ້​ວ່າ: ລັດຖະບານ Ecuador ຈະ​ທາ​ບທາມ​ຄວາມ​ເຫັນ​ກັບບັນດາ​ປະ​ເທດ​ສະມາຊິກ​ອື່ນ​ຂອງ​ພັນທະ​ມິດ​ບັນດາ​ປະ​ເທດ​ ອາ​ເມ​ລິ​ກາ​ໃຕ້ ກ່ຽວ​ກັບ​ຄວາມ​ສາມາດ​ຄຳຖະ​ແຫລ​ງຂອງປະທານາທິບໍດີ​ຊົ່ວຄາວ​ຂອງ Paraguay ທ່ານ Federico Franco ກໍ​ຄື​ບັນດາ​ສະມາ​ຊິກ​ສະພາ​ສູງ​ທີ່ໄດ້​ປ່ອນ​ບັດ​ປົດ​ຕຳ​ແຫນ່​ງປະທານາທິບໍດີ Lugo ຊຶ່ງ​ແມ່ນ​ບັນດາ​ທ່ານ​ທີ່​ບໍ່​ໄດ້​ຮັບ​ຄວາມ​ສະຫນັບສະຫນູນ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ Patino ຢືນຢັນ​ວ່າ: ຈຸດປະສົງ​ຂອງ​ມາດ​ຕະການ​ດັ່ງກ່າວ​ແມ່ນ​ສົ່ງ​ສານ​ຂັນ​ແຂງ​ທີ່​ວ່າ: ຢູ່​ອາ​ເມ​ລິ​ກາ​ລາຕິ​ນ, ​ການ​ກະທຳ​ບໍ່​ຖືກ​ຕ້ອງຕາ​ມ​ລັດຖະທຳ​ມະນູນ​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຮັບ​ຮູ້​ໄດ້. ຄຳ​ຖະ​ແຫລ​ງດັ່ງກ່າວ​ຂອງ​ທ່ານ Patino ຖືກ​ຍົກ​ອອກ​ພາຍຫລັງ​ລັດຖະບານ​ໃຫມ່​ຂອງ Paraguay ປະກາດ ​video ຕອນ​ຫນຶ່ງ​ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງ ທ່ານ Nicolas Maduro ລັດຖະມົນຕີ​ການ​ຕ່າງປະ​ເທດ Venezuela ​ແລະ ​ ທ່ານ  Julio Prado ເອກ​ອັກຄະ​ລັດຖະທູດ Ecuador ປະຈຳ Paraguay ກັບ​ບັນດາ​ນາຍ​ພົນ Paraguay ​ເພື່ອ​ຮຽກຮ້ອງຄວາມຈົ່ງ​ຮັກ​ພັກດີ​ກັບ​ທ່ານ Lugo. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສອງ​ປະ​ເທດ ນີ້​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ