ບັນ​ດາ​ປະ​ເທດ ເນັ້ນ​ໜັກ​​ເຫັນ​ດີ​ເຫັນ​ພ້ອ​ມກັ​ບ ອາ​ຊຽນ ກ່​ຽວ​ກັບ​ບັນ​ຫາ ມຽນ​ມາ

(VOVWORLD) -ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຫຽນລອງ ໄດ້ເຫັນດີເປັນເອກະພາບວ່າ ທຸກຝ່າຍທີ່ກ່ຽວຂ້ອງຄວນໃຫ້ບຸລິມະສິດແກ່ຄວາມໝັ້ນຄົງ ແລະ ສະຫວັດດີການຂອງປະຊາຊົນ ມຽນມາ ໃນວິວັດການແກ້ໄຂວິກິດການຢູ່ປະເທດນີ້.
ບັນ​ດາ​ປະ​ເທດ ເນັ້ນ​ໜັກ​​ເຫັນ​ດີ​ເຫັນ​ພ້ອ​ມກັ​ບ ອາ​ຊຽນ ກ່​ຽວ​ກັບ​ບັນ​ຫາ ມຽນ​ມາ - ảnh 1ກອງປະຊຸມວົງແຄບລະຫວ່າງ ອິນໂດເນເຊຍ ແລະ ສິງກະໂປ (ພາບ: ຄະນະເລຂາປະທານາທິບໍດີ ອິນໂດເນເຊ)

ກ່າວຄຳເຫັນໃນກອງປະຊຸມຂ່າວ ພາຍຫຼັງກອງປະຊຸມວົງແຄບໃນວັນທີ 25 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຫຽນລອງ ໄດ້ເຫັນດີເປັນເອກະພາບວ່າ ທຸກຝ່າຍທີ່ກ່ຽວຂ້ອງຄວນໃຫ້ບຸລິມະສິດແກ່ຄວາມໝັ້ນຄົງ ແລະ ສະຫວັດດີການຂອງປະຊາຊົນ ມຽນມາ ໃນວິວັດການແກ້ໄຂວິກິດການຢູ່ປະເທດນີ້. ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ, ການນຳສອງປະເທດຖືວ່າ ຂໍ້ຕົກລົງຂັ້ນສູງນີ້ຂອງ ອາຊຽນ, ທຸກຝ່າຍຕ້ອງໄດ້ເຄົາລົບ.

        ບັນຫາ ມຽນມາ ກໍແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Ismail Sabri Yaakob  ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໃນການເຈລະຈາໃນວັນທີ 25 ມັງກອນ. ໃນການເຈລະຈາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ເນັ້ນໜັກເຖິງຄວາມຈຳເປັນຂອງການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ມຽນມາ ແລະ ຢຸດຕິການໃຊ້ຄວາມຮຸນແຮງ; ການເຈລະຈາດ້ານການເມືອງ ລວມທັງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ. ການນຳ ມາເລເຊຍ ໄດ້ຢັ້ງຢືນທັດສະນະຂອງຕົນກ່ຽວກັບເລື່ອງຕ້ອງມີທູດພິເສດຂອງ ປະທານ ອາຊຽນ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ ແລະ ທູດພິເສດນີ້ຕ້ອງໄດ້ຮັບອະນຸຍາດເຂົ້າເຖິງທຸກຝ່າຍທີ່ກ່ຽວຂ້ອງ, ເພື່ອມຸ່ງໄປເຖິງການຊອກຫາມາດຕະການສັນຕິພາບເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ. ກ່ຽວກັບຂໍ້ຕົກລົງຂອງ ອາຊຽນ ທີ່ເຊີນຜູ້ຕາງໜ້າຝ່າຍປອດການເມືອງຂອງ ມຽນມາ ມາເຂົ້າຮ່ວມກອງປະຊຸມສຸດຍອດຂອງ ອາຊຽນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ເນັ້ນໜັກວ່າ ທັດສະນະຂອງ ມາເລເຊຍ ສຳລັບບັນຫານີ້ ແມ່ນບໍ່ມີຫຍັງປ່ຽນແປງ, ຍົກເວັ້ນກໍລະນີມີຄວາມຄືບໜ້າຢ່າງແທ້ຈິງ ແລະ ປະຕິບັດຄົບຕາມຄວາມເຫັນດີເຫັນພ້ອມ 5 ຂໍ້.

ຕອບກັບ

ຂ່າວ/ບົດ​ອື່ນ