ບັນດາປະເທດຕັດສິນໃຈເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ

ບັນດາປະເທດຕັດສິນໃຈເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ແບນ​ຊິ​ກ Charles Michel ​ແລະ
 ຄູ່​ຕຳ​ແໜ່​ງ ຝະລັ່ງ ທ່ານ Manuel Valls
(ພາບ: AFP)

(vovworld) -  ທີ່​ການ​ພົບ​ປະ​ເຈລະຈາ​​ໃນ​ວັນ​ທີ 23/03 ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ​ແບນ​ຊິ​ກ Charles Michel ​ແລະ ຄູ່​ຕຳ​ແໜ່​ງ ຝະລັ່ງ ທ່ານ Manuel Valls, ການ​ນຳ 2 ທ່ານ​ໄດ້​ຖະ​ແຫຼ​ງ ຝະລັ່ງ ​ແລະ ​ແບນ​ຊິກ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນການ​ຕ້ານ​ກໍ່​ກາ​ນ ຮ້າຍ, ​ໂດຍ​ລະອຽດ​ໃນ​ການ​ເຄື່ອນ​ໄຫວ​ສອບສວນ​​ເຫດ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍຢູ່ Brussels ​ໃນ​ວັນ​ທີ 23/03 ກໍ່​ຄືສະກັດ​ກັ້ນ​ບັນດາ​ການ​ກະທຳ​ກໍ່​ການ​ຮ້າຍ​ໃນ​ອະນາຄົດ. ທ່ານນາຍົກລັດຖະມົນຕີ ຝະລັ່ງ Manuel Valls ຖື​ວ່າ: ​ເລື່ອງ Brussels ຖືກ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ ປຽບ​ເໝືອນ ​ເອີ​ລົບ ຖືກ​ບຸກ​ໂຈມ​ຕີ; ພ້ອມ​ທັງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ “ຈົດ​ທະບຽນຂໍ້​ມູນ​ຜູ້​ໂດຍສານ”

        ​ແລະ​ກໍ່ໃນ​ວັນ​ດຽວ​ກັນ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລະ ຄູ່​ຕຳ​ແໜ່​ງ ​ເຢຍລະ​ມັນ ທ່ານ Frank – Walter Steinmeier ຮຽກຮ້ອງ​ປະຊາ​ຄົມ​​ໂລກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ກໍ່​ການ​ຮ້າຍ ພາຍຫລັງ​ບັນດາ​ເຫດ​ບຸກ​ໂຈມ​ຕີນອງ​ເລືອດ​ຢູ່ Brussels ​ໃນ​ວັນ​ທີ 22/03.

        ສ່ວນ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ​ເນັ້ນ​ໜັກ​ວ່າ: ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່ ​ແບນ​ຊິກ ​​ໄດ້​ຊີ້ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ: ​ການ​ຮ່ວມ​ມື​ຈຳ​ເປັນ​ຂອງ​ອົງການປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື ​ເອີ​ລົບ (OSCE) ​ແລ​ະ ລະຫວ່າງ​ບັນດາ​ປະ​ເທດ ​ຄວນ​ມີ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສືບ​ລາຊະການ​ລັບ​ແບບ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ