ບັນ​ດາ​ປະ​ເທດ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ NATO ຮຽກ​ຮ້ອງ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ການ​ທະ​ຫານ​

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດກຸ່ມ B9, ລວມມີ ບຸນກາຣີ, ສ. ເຊັກໂກ, ແອັດສໂຕນີ, ຮຸງກາຣີ, ລັດເວຍ, ລິດເວຍ, ຣູມານີ ແລະ ສະໂລວາກີ ໄດ້ຢ້ຳຄືນຄຳຮຽກຮ້ອງເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວຂອງເຂດຕິດຈອດກັບຊາຍແດນ ຢູແກຼນ.  ໄປຄຽງຄູ່ກັນນັ້ນ, ບັນດາປະເທດ B9 ນີ້ກໍ ໃຫ້ຄໍາໝັ້ນສັນຍາ ຈະສະໜອງການອຸປະຖຳຕື່ມອີກໃຫ້ ຢູແກຼນ ແລະ ສະໜັບສະໜູນ ຢູແກຼນ ເຂົ້າຮ່ວມ NATO.

ບັນ​ດາ​ປະ​ເທດ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ NATO ຮຽກ​ຮ້ອງ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ການ​ທະ​ຫານ​ - ảnh 1ອຸປະກອນການທະຫານຂອງກອງທັບ ອາເມລິກາ ໄດ້ຂົນສົ່ງໄປຍັງ ຖານທີ່ໝັ້ນ Mihail Kogalniceanu ໃກ້ກັບເຂດ Constanta ຢູ່ ຣູມານີ (ພາບ: AFP/TTXVN)

ວັນທີ 31 ມີນາ, 9 ປະເທດສະມາຊິກຢູ່ທາງທິດຕາເວັນອອກ ຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ຫຼື ຍັງເອີ້ນວ່າ ກຸ່ມ Bucharest Nine (B9), ໄດ້ຮຽກຮ້ອງ ອາເມລິກາ ເພີ່ມທະວີການມີໜ້າດ້ານການທະຫານຢູ່ພາກພື້ນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດ B9 ທີ່ຈັດຂຶ້ນຢູ່ນະຄອນ Lodz ຂອງ ໂປໂລຍ, ທ່ານລັດຖະມົນຕີການຕ່າງປະເທດ ຣູມານີ Bogdan Aurescu ໃຫ້ຮູ້ວ່າ ຕ້ອງເພີ່ມທະວີການປະກົດຕົວຂອງກຳລັງ ແລະ ຍານພາຫະນະອຸປະກອນ ຂອງ ອາເມລິກາ ໃນເຂດທາງທິດຕາເວັນອອກ. ຕາມທ່ານລັດຖະມົນຕີການຕ່າງປະເທດ ຣູມານີ ແລ້ວ, ເຂດທາງທິດຕາເວັນອອກຂອງ NATO ຕ້ອງເພີ່ມທະວີການປ້ອງກັນທາງອາກາດ, ຄວາມສາມາດຕ້ານລູກສອນໄຟ ພ້ອມດ້ວຍບັນດາຍານພາຫະນະຕິດຕາມກວດກາ, ສອດແນມ, ສືບຂ່າວ. ເລື່ອງມີລະບົບປ້ອງກັນຕົວທີ່ເຂັ້ມແຂງ ຈະຊ່ວຍໃຫ້ບັນດາປະເທດມີຄວາມສາມາດນາບຂູ່ຢ່າງແຮງ.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດກຸ່ມ B9, ລວມມີ ບຸນກາຣີ, ສ. ເຊັກໂກ, ແອັດສໂຕນີ, ຮຸງກາຣີ, ລັດເວຍ, ລິດເວຍ, ຣູມານີ ແລະ ສະໂລວາກີ ໄດ້ຢ້ຳຄືນຄຳຮຽກຮ້ອງເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວຂອງເຂດຕິດຈອດກັບຊາຍແດນ ຢູແກຼນ.  ໄປຄຽງຄູ່ກັນນັ້ນ, ບັນດາປະເທດ B9 ນີ້ກໍ ໃຫ້ຄໍາໝັ້ນສັນຍາ ຈະສະໜອງການອຸປະຖຳຕື່ມອີກໃຫ້ ຢູແກຼນ ແລະ ສະໜັບສະໜູນ ຢູແກຼນ ເຂົ້າຮ່ວມ NATO.

ຕອບກັບ

ຂ່າວ/ບົດ​ອື່ນ