ບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງແບ່ງປັນຄວາມຮັບຜິດຊອບໃນການຕໍ່ສູ້ປ້ອງກັນ,ຕ້ານຢາເສບຕິດ

ບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງແບ່ງປັນຄວາມຮັບຜິດຊອບໃນການຕໍ່ສູ້ປ້ອງກັນ,ຕ້ານຢາເສບຕິດ - ảnh 1
ກອງ​ປະຊຸມລັດຖະມົນຕີ​ບັນດາ​ປະ​ເທດສະມາຊິກ​ອະນຸພາກພື້ນແມ່ນ້ຳຂອງ

(vovworld) – ​ ກອງ​ປະຊຸມລັດຖະມົນຕີ​ບັນດາປະ​ເທດ​ສະມາຊິກ ທີ່​ເຂົ້າ​ຮ່ວມ​ໃນຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ,ຕ້ານ​ຢາ​ເສບ​ຕິດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ປີ 1993 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 21/5 ຢ່າງ​ເປັນ​ທາງ​ການ, ຢູ່​ຮ່າ​ໂນ້ຍ. 6 ປະ​ເທດ​ສະມາຊິກ​ລວມມີ: ກຳປູ​ເຈຍ, ຈີນ, ລາວ, ​ໄທ, ມຽນມາ ​ແລະ ຫວຽ​ດນາມ ພ້ອມກັບອົງການ​ປ້ອງ​ກັນ, ຕ້ານຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​​ກອງ​ປະ​ຂຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ພົນ​ເອກ ​ເຈິ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ: ພາຍຫຼັງ 20 ກວ່າປີ ​​ແຫ່ງ​ການຜັນ​ຂະຫຍາຍ, ການຮ່ວມ​ມື​ປ້ອງ​ກັນ, ຕ້ານຢາ​ເສບ​ຕິດລະຫວ່າງ​ບັນດາ​ສະມາຊິກ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແມ່ນ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ; ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະພາບ​ຢາ​ເສບ​ຕິດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ຍັງມີ​ການຜັນ​ແປ​ໄປຢ່າງ​ສັບສົນ. ຍ້ອນ​ເຫດ​ນັ້ນ, ບັນດາປະ​ເທດ​ເຂົ້າ​ຮ່ວມ​​ຂໍ້​ຕົກລົງ​ຕ້ອງ​ກຳນົດ​​ແຈ້ງບັນດາ​ເນື້ອ​ໃນ​ຈຸດ​ສຸມທີ່ຄວນ​ສຸມ​ໃສ່ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ ​ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ:

           “ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ​ສະມາຊິກອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ປີ 2015 ຕ້ອງ​​ເປັນ​ເວທີ​ປາ​ໄສ​ທີ່ມີ​ຄຸນ​ນະພາ​ບຢ່າງ​ແທ້​ຈິງ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ, ​ແບ່ງປັນ​ບົດຮຽນກ່ຽວ​ກັບ​ໝາກຜົນ​​ແຫ່ງວຽກ​ງານ​ຕໍ່ສູ້​​ປ້ອງ​ກັນ,ຕ້ານ​ຢາ​ເສບ​ຕິດ​ຢູ່​ແຕ່ລະ​ປະ​ເທດ; ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ໃນ​ການ​ສ້າງ​ບັນດາ​ມາດ​ຕະການ​ຍຸດ​ທະ​ສາດ​ໃນ​ວຽກ​ງານ​ປ້ອງ​ກັນ,ຕ້ານ​ຢາ​ເສບ​ຕິດ ​ແລະ ຍົດ​ສູງ​ປະສິດທິ​ຜົນ​ໃນກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ກໍ່​ຄື 2 ຝ່າຍ​ຢູ່​ອະນຸ​ພາກ​ພື້ນ​ຕາມ​​ເນື້ອໃນຈິດ​ໃຈ​ສ່ວນ​ເພີ່ມ​ຂໍ້​ຕົກລົງ​ການ​ຮ່ວມ​ມືສະບັບ​ປັບປຸງ​ຄັ້ງ​ທີ 2 ​ແລະ ຜັນ​ຂະຫຍາຍ​ແຜນການ​ກະທຳ​ອະນຸ​ພາກ​ພື້ນຄັ້ງ​ທີ 9 ຢ່າງ​ມີ​ປະສິດທິ​ຜົນ” .

ຂ່າວ/ບົດ​ອື່ນ