ບັນດາປະເທດອີຢູສະໜັບສະໜູນບັນດາມາດຕະການໂຕ້ຕ້ອບດ້ານການຄ້າກັບອາເມລິກາ

(VOVWORLD) -ວັນທີ 14 ມິຖຸນາ, ບັນດາປະເທດສະຫະພາບເອີລົບ (ອີຢູ) ໄດ້ເຫັນດີສະໜັບສະໜູນແຜນການຈັດວາງອັດຕາພາສີນຳເຂົ້າສຳລັບຈຳນວນສິນຄ້າທີ່ມີມູນຄ່າປະມານ 3,3 ຕື້ USD ຂອງອາເມລິກາ ທີ່ສົ່ງອອກໄປຍັງບັນດາປະເທດອີຢູ ເພື່ອແນໃສ່ໂຕ້ຕອບເລື່ອງ ວໍຊິງຕັນ ເພີ່ມອັດຕາພາສີສຳລັບ ອາລູມີນຽມ, ເຫຼັກກ້າທີ່ນຳເຂົ້າຈາກບັນດາປະເທດດັ່ງກ່າວ.
ບັນດາປະເທດອີຢູສະໜັບສະໜູນບັນດາມາດຕະການໂຕ້ຕ້ອບດ້ານການຄ້າກັບອາເມລິກາ - ảnh 1 (ພາບປະກອບ: Reuters)

ບັນດາມາດຕະການໂຕ້ຕອບດັ່ງກ່າວຈະໄດ້ຮັບຮອງເອົາຢູ່ຄະນະກຳມະການເອີລົບ (EC), ຄາດວ່າ, ອົງການນີ້ຈະຈັດກອງປະຊຸມໃນວັນທີ 20 ມິຖຸນາ ຈະມາເຖິງ. ຄາດຄະເນວ່າ, ບັນດາແຜນການດັ່ງກ່າວຈະໄດ້ຮັບການຜັນຂະຫຍາຍໃນທ້າຍເດືອນ ມິຖຸນາ ຫຼື ຕົ້ນເດືອນກໍລະກົດ.

      ກ່ອນໜ້ານັ້ນ, ວັນທີ 31 ພຶດສະພາ, ອາເມລິກາ ໄດ້ຈັດວາງອັດຕາພາສີໃໝ່ 10% ສຳລັບອາລູມີນຽມ ນຳເຂົ້າ ແລະ 25% ສຳລັບເຫຼັກກ້າ ທີ່ນຳເຂົ້າຈາກອີຢູ, ການາດາ ແລະ ເມັກຊີໂກ ພາຍຫຼັງຢຸດຊົ່ວຄາວເປັນເວລາ 2 ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ