ບັນດາປະເທດອາຣັບເຂດອ່າວເປີເຊຍອາດຈະເພີ່ມຄວາມຮຽກຮ້ອງສຳລັບກາຕາ

(VOVWORLD) -ວັນທີ 18 ກໍລະກົດ, ທ່ານ Saud Al Qahtani, ປຶກສາທ່ານ 1 ຂອງພະບໍລົມວົງສານຸວົງຊະອຸດີ ອາຣາເບຍ ໄດ້ເວົ້າວ່າ
ບັນດາປະເທດອາຣັບເຂດອ່າວເປີເຊຍອາດຈະເພີ່ມຄວາມຮຽກຮ້ອງສຳລັບກາຕາ - ảnh 1 (ພາບປະກອບ: visitqatar.qa)

ກາຕາ ຄວນພິຈາລະຈາ 13 ຄຳຮຽກຮ້ອງຂອງ 4 ປະເທດອາຣັບ ເຂດອ່າວເປີເຊຍ, ພ້ອມທັງກ່າວເຕືອນວ່າ ຈຳນວນຄຳຮຽກຮ້ອງດັ່ງກ່າວອາດຈະເພີ່ມຂຶ້ນ, ພິເສດພາຍຫຼັງ “ແນວຄິດຊົ່ວຮ້າຍ” ຂອງ Doha ຖືກເປີດເຜີຍໃນທົ່ວໂລກ. ໃນບັນດາບົດຂຽນທີ່ລົງໃນບັນຊີສ່ວນຕົວ Twitter, ທ່ານ Qahtani ໄດ້ຮຽກຮ້ອງໃຫ້ກາຕາ ປັບປຸງນະໂຍບາຍທີ່ເປັນປໍລະປັກຂອງຕົນ, ເຊິ່ງເຄີຍໄດ້ຮັບການຮັບຮອງເອົາ ເມື່ອອະດີດກະສັດກາຕາ Hamad bin Khalifa Al Thani ປະຕິບັດກົນອຸບາຍກໍ່ລັດຖະປະຫານຕ້ານຄືນພະບິດາພໍ່ຂອງພະອົງເມື່ອປີ 1995. ຕາມທ່ານ Qahtani ແລ້ວ, ບັນດາຄຳແກ້ຄວາມທີ່ປອມແປງຂອງກາຕາ ກ່ຽວກັບເລື່ອງສຳນັກຂ່າວສານ QNA ຂອງປະເທດນີ້ຖືກແຮກເກີບຸກໂຈມຕີ, ພາໄປເຖິງມີຂໍ້ມູນຂ່າວບໍ່ຖືກຕ້ອງກ່ຽວຂ້ອງເຖິງຄຳວິຈານຂອງກະສັດກາຕາ Hamad bin Khalifa Al Thani, ບໍ່ແມ່ນສາຍເຫດຕົ້ນຕໍ່ ເຊິ່ງຢືນຢູ່ເບື້ອງຫຼັງວິກິດການທາງການທູດລະຫວ່າງ Doha ແລະ ບັນດາປະເທດອາຣັບ ຢູ່ເຂດອ່າວເປີເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ