ບັນດາປະເທດຮຽກຮ້ອງໃຫ້ບັນດາຝ່າຍແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງອີງໃສ່ກົດໝາຍສາກົນ

(VOVWORLD) -ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນ “ຄວາມຫວັງຂອງທຸກໆປະເທດ”.

ບັນດາປະເທດຮຽກຮ້ອງໃຫ້ບັນດາຝ່າຍແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງອີງໃສ່ກົດໝາຍສາກົນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Hishamuddin Hunssein

(ພາບ: EPA/TTXVN)

ວັນທີ 16 ກໍລະກົດ, ເມື່ອຕອບຄຳຖາມຂອງບັນດານັກຂ່າວຕ່າງປະເທດທີ່ກອງປະຊຸມຂ່າວທາງອອນລາຍ, ທ່ານລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ.

        ທ່ານລັດຖະມົນຕີການຕ່າງປະເທດ Retno Marsudi ເນັ້ນໜັກວ່າ, ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນ “ຄວາມຫວັງຂອງທຸກໆປະເທດ”. ເລື່ອງເຄົາລົບກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ແມ່ນບັນຫາຕົ້ນຕໍເພື່ອເຮັດໃຫ້ທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ ແລະ ໝັ້ນຄົງ. ທ່ານຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບທຸກການກະທຳທີ່ຈະເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນປິນຂັ້ນໄດ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Hishamuddin Hunssein ຢືນຢັນວ່າ, ປະເທດນີ້ມີຄວາມສະເໜີຕົ້ນສະເໝີປາຍຕໍ່ຫຼັກໝັ້ນທີ່ວ່າ ບັນດາຝ່າຍຄວນຮ່ວມມືກັນເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານລັດຖະມົນຕີ Hishamuddin ເນັ້ນໜັກວ່າ, ມາເລເຊຍ ຫວັງວ່າ ບັນດາການປຶກສາຫາລືຄັ້ງຕໍ່ໄປຈະບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ. ທ່ານກໍ່ໃຫ້ຮູ້ວ່າ, ບັນດາຄວາມມານະພະຍາຍາມທາງການທູດຂອງມາເລເຊຍ ໄດ້ເຮັດໃຫ້ກ່ຳປັ່ນສຳຫຼວດ ທໍລະນີສາດໄຮຢາງ 8 ພ້ອມກັບກອງກ່ຳປັ່ນປົກປ້ອງຂອງຈີນ ອອກຈາກເຂດຮ້ານເຈາະນ້ຳມັນ West Capella ເມື່ອເດືອນ ພຶດສະພາຜ່ານມາ.

        ໃນຂະນະນັ້ນ, ເມື່ອຕອບຄຳຖາມກ່ຽວກັບຫຼັກໝັ້ນຂອງ ນິວເດລີ ພາຍຫຼັງອາເມລິກາ ໄດ້ປະຕິເສດຄຳທວງສິດຂອງຈີນ ຢູ່ທະເລຕາເວັນອອກ ເກືອບທັງໝົດນັ້ນ, ໂຄສົກກະຊວງການຕ່າງປະເທດອິນເດຍ ທ່ານ Anurag Srivastava ເນັ້ນໜັກວ່າ, ນິວເດລີ ສະໜັບສະໜູນຄວາມເສລີໃນການເດີນທະເລ ແລະ ການຄ້າຖືກຕ້ອງຕາມກົດໝາຍຢູ່ທາງທະເລສາກົນ. ອິນເດຍ ເດັດດ່ຽວສະໜັບສະໜູນຄວາມເສລີໃນການເດີນທະເລ, ການບິນ ແລະ ການຄ້າຖືກຕ້ອງຕາມກົດໝາຍ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ