ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້

(VOVWORLD) -ໃນນະໂຍບາຍພັດທະນາປະເທດຊາດຂອງ ຫວຽດນາມ, ການຊ່ວຍເຫຼືອຄົນທຸກຍາກແມ່ນບຸລິມະສິດແຖວໜ້າຂອງລັດຖະບານ, ພິເສດແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.
ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້ - ảnh 1ທ່ານ Jean – Pierre Archambault, ເລຂາທິການໃຫຍ່ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ (ພາບ: TTXVN) 

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດ ຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ທ່ານ Jean – Pierre Archambault, ເລຂາທິການໃຫຍ່ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ ຖືວ່າ: ໃນນະໂຍບາຍພັດທະນາປະເທດຊາດຂອງ ຫວຽດນາມ, ການຊ່ວຍເຫຼືອຄົນທຸກຍາກແມ່ນບຸລິມະສິດແຖວໜ້າຂອງລັດຖະບານ, ພິເສດແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຮັບປະກັນສິດຂອງກຸ່ມຄົນມີຄວາມສ່ຽງໃນສັງຄົມຄື ຜູ້ເຖົ້າ, ແມ່ຍິງ, ເດັກນ້ອຍ ແລະ ຄົນພິການ; ຕັ້ງໜ້າເຂົ້າຮ່ວມສົນທິສັນຍາສະບັບຕ່າງໆຂອງ ສປຊ ເພື່ອປົກປ້ອງກຸ່ມຄົນດັ່ງກ່າວ.

        ທ່ານ Jean – Pierre Archambault ຍັງເນັ້ນໜັກວ່າ ຍຸດທະສາດຮັບມືກັບໂລກລະບາດໂຄວິດ - 19 ທີ່ມີປະສິດທິຜົນຂອງ ຫວຽດນາມ ໃນໄລຍະຫາກໍ່ລະບາດນັ້ນ ກໍ່ໄດ້ຮັບການຮັບຮູ້ຈາກອົງການອະນາໄມໂລກ (WHO) ແລະ ໄດ້ຮັບການຊື່ນຊົມຈາກສື່ມວນຊົນສາກົນ. ຫວຽດນາມ ໄດ້ມານະພະຍາຍາມຮັບປະກັນສິດໃຫ້ແກ່ປະຊາຊົນ ເປັນຕົ້ນແມ່ນກວດປິ່ນປົວພະຍາດໂດຍບໍ່ເສຍຄ່າ, ສັກວັກຊິນປ້ອງກັນໂລກລະບາດໂຄວິດ - 19, ຊ່ວຍເຫຼືອວິສາຫະກິດ ແລະ ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ຂຶ້ນ ແລະ ປະຕິບັດວຽກງານຮັກສາເບິ່ງແຍງສຸຂະພາບ, ແມ່ນສິດພື້ນຖານຂອງມະນຸດໄດ້ເປັນຢ່າງດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ