ບັນ​ດາ​ຜູ້​ແທນ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ປະ​ທາ​ນອາ​ຊຽນ 2020 ຂອງ ຫວຽດ​ນາມ

(VOVWORLD) -  ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 12 ພະຈິກ, ຢູ່ນອກກອງປະຊຸມ, ມີຜູ້ແທນສາກົນຫຼາຍທ່ານ ໄດ້ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ປະຕິບັດບົດບາດເປັນປະທານອາຊຽນ 2020 ໄດ້ເປັນຢ່າງດີ.
ບັນ​ດາ​ຜູ້​ແທນ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ປະ​ທາ​ນອາ​ຊຽນ 2020 ຂອງ ຫວຽດ​ນາມ - ảnh 1ທ່ານນາງ Caitlin Wiesen, ຫົວໜ້າອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ (ພາບ: TTXVN) 

ທ່ານນາງ Caitlin Wiesen, ຫົວໜ້າອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ຖືວ່າ ກອງປະຊຸມຄັ້ງນີ້ມີຫົວຄິດປະດິດສ້າງທີ່ສຸດ, ນຳມາເຊິ່ງເນື້ອໃນຈິດໃຈຮ່ວມມື, ສາມັກຄີ, ສະແດງໃຫ້ເຫັນ ສີສັນວັດທະນະທຳທີ່ອຸດົມສົມບູນຂອງ ບັນດາປະເທດ ສະມາຊິກອາຊຽນ.

ເມື່ອສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມ ບັນລຸໄດ້ບັນດາບາດກ້າວສຳເລັດໃນວຽກງານຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ກໍ່ຄືປີເປັນປະທານອາຊຽນ 2020, ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ ຖືວ່າ ຫວຽດນາມຮັບ ບົດບາດເປັນປະທານອາຊຽນໃນສະພາບການທີ່ສັບສົນທີ່ສຸດ. ຜ່ານຜ່າຄວາມຫຍຸ້ງຍາກ, ການທົບສອບ, ວຽກງານກະກຽມ, ຄວາມສາມາດຄວາມອົດທົນ ກໍ່ຄືຄວາມມີໄຫວພິບ ເມື່ອໄດ້ປ່ຽນແປງຮູບການຈັດຕັ້ງຈາກໂດຍກົງ ໄປເປັນທາງອອນລາຍຂອງ ຫວຽດນາມ ແມ່ນຜົນສຳເລັດທີ່ດີເລີດຢ່າງແທ້ຈິງ, ສົມກັບຄຳຍ້ອງຍໍສັນລະເສີນຂອງ ວົງຄະນະຍາດສາກົນ, ບໍ່ພຽງແຕ່ ຂອງອາຊຽນເທົ່ານັ້ນ, ຫາກຍັງແມ່ນສະຫະພາບ ເອີລົບ, ໃນນັ້ນມີໂຮນລັງອີກດ້ວຍ. ທ່ານນາງກໍ່ສະແດງຄວາມຍິນດີເມື່ອ ປະເທດປະທານອາຊຽນ 2020 ມີຂໍ້ລິເລີ່ມຈັດຕັ້ງກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37.

ຕອບກັບ

ຂ່າວ/ບົດ​ອື່ນ