ການປະທະກັນຢູ່ ຊີຣີ ຍັງຄົງສືບຕໍ່ເກີດຂຶ້ນ
ພາບ:AP
|
(vovworld) - ວັນທີ 23/9, ທີ່ການປະຊຸມຂອງ “ກອງປະຊຸມທົ່ວປະເທດເພື່ອກູ້ເອົາ ຊີຣີ” ໂດຍອົງການປະສານງານແຫ່ງຊາດຂອງກຳລັງຝ່າຍຄ້ານຢູ່ ຊີຣີ ຈັດຕັ້ງຂຶ້ນ, ມີຝ່າຍຄ້ານປະມານ 20 ຝ່າຍໄດ້ຮຽກຮ້ອງບັນດາຝ່າຍຕ້ອງຢຸດຕິການປະທະກັນ ເພື່ອເປີດເສັ້ນທາງໃຫ້ໄລຍະຫັນປ່ຽນການເມືອງ. ແຈ້ງການສຸດທ້າຍຂອງກອງປະຊຸມດັ່ງກ່າວໄດ້ຮຽກຮ້ອງໃຫ້ການຢຸດຕິບັນດາການກະທຳໃຊ້ຄວາມຮຸນແຮງຂອງທັງກຳລັງລັດຖະບານ ແລະ ຝ່າຍຄ້ານ ພາຍໃຕ້ການຕິດຕາມກວດກາຈາກສາກົນ ແລະ ກຸ່ມ ອາຣັບ. ຄຳຖະແຫລງດັ່ງກ່າວກໍໄດ້ຮຽກຮ້ອງຈົ່ງປອ່ຍຕົວໃຫ້ແກ່ນັກໂທດການເມືອງທັງໝົດຢ່າງທັນທີ່ ພ້ອມທັງເລັ່ງລັດທູດພິເສດລວມຂອງ ສະຫະປະຊາຊາດ ແລະ ສະຫະພັນອາຣັບ Lakhdar Brahimi ສົ່ງເສີມຈັດຕັ້ງກອງປະຊຸມສາກົນກ່ຽວກັບ ຊີຣີ ເພື່ອປຶກສາຫາລືບັນດາມາດຕະການສືບຕໍ່ວິວັດການຫັນປ່ຽນການເມືອງຢູ່ປະເທດນີ້.