ບັນດາຝ່າຍທີ່ເຂົ້າຮ່ວມ JCPOA ປຶກສາຫາລືວິທີຍົກເລີກຄຳສັ່ງຂວ້ຳບາດຂອງອາເມລິກາຕໍ່ ອີຣານ

(VOVWORLD) - ໃນສອງມື້ທີ່ຜ່ານມາ ບັນດາຝ່າຍໄດ້ດຳເນີນການເຈລະຈາຫຼາຍຄັ້ງໃນລະດັບ ແລະ ຮູບການຕ່າງໆ ແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍJCPOA.
ບັນດາຝ່າຍທີ່ເຂົ້າຮ່ວມ JCPOA ປຶກສາຫາລືວິທີຍົກເລີກຄຳສັ່ງຂວ້ຳບາດຂອງອາເມລິກາຕໍ່ ອີຣານ - ảnh 1ບັນຍາກາດການເຈລະຈາ

             ກະຊວງການຕ່າງປະເທດອີຣານໄດ້ແຈ້ງໃຫ້ຊາບໃນວັນທີ 8 ມັງກອນວ່າການເຈລະຈາລະຫວ່າງອີຣານແລະບັນດາຝ່າຍທີ່ຍັງເຫຼືອທີ່ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍແຜນການດຳເນີນງານຮ່ວມຮອບດ້ານຫຼື JCPOA ປີ 2015 ພວມດຳເນີນຢູ່ນະຄອນຫຼວງວຽນປະເທດໂອຕາລິດແນໃສ່ປຶກສາຫາລືບັນດາມາດຕະການຍົກເລີກບັນດາຄຳສັ່ງຂວ້ຳບາດຂອງອາເມລິກາ.  ໃນສອງມື້ທີ່ຜ່ານມາ ບັນດາຝ່າຍໄດ້ດຳເນີນການເຈລະຈາຫຼາຍຄັ້ງໃນລະດັບ ແລະ ຮູບການຕ່າງໆ ແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍJCPOA.

    ບັນດາທາງດ້ານວິຊາການໃນການເຈລະຈາຢູ່ ວຽນກໍ່ແມ່ນກົນໄກຮັບປະກັນບັນດາຝ່າຍປະຕິບັດຕາມຂ້ໍ້ຕົກລົງ. ອີກບັນຫາໜຶ່ງກໍ່ພວມນຳມາປຶກສາຫາລື ນັ້ນແມ່ນການຍົກເລີກບັນດາຄຳສັ່ງຂວ້ຳບາດຕາມວິທີເຊິ່ງອີຣານສາມາດໄດ້ຊົມໃຊ້ຜົນປະໂຫຍດຈາກການຍົກເລີກຄຳສັ່ງລົງໂທດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ