ບັນດາຝ່າຍທີ່ເປັນຄູ່ຕໍ່ສູ້ກັນຢູ່ ຊູດັງ ບັນລຸຂໍ້ຕົກລົງຢຸດຍິງສະບັບໃໝ່

(VOVWORLD) - ແຈ້ງຂ່າວໄດ້ຍົກອອກມາໃນສະພາບການເຄື່ອນໄຫວປະທະກັນຍັງສືບຕໍ່ແຜ່ລາມຢ່າງກ້ວາງຂວາງ, ເຮັດໃຫ້ນັບສິບຄົນເສຍຊີວິດຢູ່ນະຄອນຫຼວງ Khartoum.
ບັນດາຝ່າຍທີ່ເປັນຄູ່ຕໍ່ສູ້ກັນຢູ່ ຊູດັງ ບັນລຸຂໍ້ຕົກລົງຢຸດຍິງສະບັບໃໝ່ - ảnh 1ການປະທະກັນຢູ່ ນະຄອນຫຼວງ Khartoum ໃນວັນທີ 12 ມິຖຸນາ 2023
(ພາບ:AFP/TTXVN)

ວັນທີ 17 ມິຖຸນາ, ອາບຣັບບິ ຊາອຸດິ ແລະ ອາເມລິກາ, ເຊິ່ງເປັນສອງປະເທດກາງໄກ່ເກ່ຍໃຫ້ແກ່ການປະທະກັນຢູ່ ຊູດັງ, ໄດ້ອອກຖະແຫຼງການຮ່ວມຢັ້ງຢືນວ່າ ບັນດາຝ່າຍທີ່ເປັນຄູ່ຕໍ່ສູ້ກັນຢູ່ ປະເທດ ອາບຟຣີກາ ຕາເວັນອອກສຽງເໜືອ ໄດ້ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງຢຸດຍິງສະບັບໃໝ່ແກ່ຍາວ 72 ຊົ່ວໂມງ, ເລີ່ມແຕ່ວັນທີ 18 ມິຖຸນາ.

ແຈ້ງຂ່າວໄດ້ຍົກອອກມາໃນສະພາບການເຄື່ອນໄຫວປະທະກັນຍັງສືບຕໍ່ແຜ່ລາມຢ່າງກ້ວາງຂວາງ, ເຮັດໃຫ້ນັບສິບຄົນເສຍຊີວິດຢູ່ນະຄອນຫຼວງ Khartoum. ບັນດາຝ່າຍເຫັນດີເປັນເອກະພາບໃນໄລຍະເວລາຢຸດຍິງ ຈະຈຳກັດບັນດາການເຄື່ອນໄຫວຍົກຍ້າຍທະຫານທີ່ຖືກເກືອດຫ້າມ, ຈຳກັດການບຸກໂຈມຕີ, ນຳໃຊ້ເຄື່ອງຈັກການທະຫານ ຫຼື ເຄື່ອງບິນບໍ່ມີຄົນຂັບ, ຍິງປື່ນໃຫຍ່, ປັບປຸງບັນດາທີ່ຕັ້ງ ແລະ ເພີ່ມກຳລັງ, ກໍ່ຄືບໍ່ຊອກຫາທ່າດີດ້ານການທະຫານ...

ຕອບກັບ

ຂ່າວ/ບົດ​ອື່ນ