ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງປ່ອຍ​ກ່ຳ​ປັ່ນ​ຂົນ​ສົ່ງ Ever Given

(VOVWORLD) -ວຽກງານກະກຽມໃຫ້ແກ່ການປ່ອຍຕົວກ່ຳປັ່ນລຳດັ່ງກ່າວ ຈະຖືກດຳເນີນ ແລະ ເຫດການທີ່ສ້າງຂີດໝາຍແກ່ຂໍ້ຕົກລົງສະບັບນີ້ຈະຖືກຈັດຂຶ້ນຢູ່ສຳນັກງານອຳນາດການປົກຄອງແຂວງ Ismailia ຂອງ ອີຢິບ.
ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງປ່ອຍ​ກ່ຳ​ປັ່ນ​ຂົນ​ສົ່ງ Ever Given - ảnh 1   ກ່ຳປັ່ນ Ever Given ຖືກຕິດຄ້າງຢູ່ທິດໃຕ້ຄອງເໝືອງ Suez  (ພາບ: AFP/TTXVN)

ວັນທີ 4 ກໍລະກົດ, ຕາງໜ້າເຈົ້າຂອງກຳມະສິດ ແລະ ບັນດາບໍລິສັດປະກັນໄພຂອງກ່ຳປັ່ນຂົນສົ່ງ Ever Given ໄດ້ແຈ້ງໃຫ້ຊາບວ່າ ເຂົາເຈົ້າບັນລຸໄດ້ຂໍ້ຕົກລົງຢ່າງເປັນທາງການກັບອົງການຄຸ້ມຄອງຄອງ Suez ເພື່ອອະນຸຍາດໃຫ້ປ່ອຍກ່ຳປັ່ນmụມີຄວາມຍາວ 400 ແມັດ ທີ່ເຄີຍຕິດຄ້າງ ແລະ ເຮັດໃຫ້ເກີດສະພາບການສັນຈອນຕິດຄ້າງຢ່າງຮ້າຍແຮງຢູ່ຄອງ Suez ເມື່ອເດືອນ ມີນາ 2021. ຖະແຫຼງການຂອງທ່ານ Shoei Kisen - ເຈົ້າຂອງກຳມະສິດຂອງກ່ຳປັ່ນ Ever Given ແລະ ບັນດາບໍລິສັດປະກັນໄພທີ່ກ່ຽວຂ້ອງໄດ້ຢັ້ງຢືນວ່າ ວຽກງານກະກຽມໃຫ້ແກ່ການປ່ອຍກ່ຳປັ່ນລຳດັ່ງກ່າວ ຈະຖືກດຳເນີນ ແລະ ເຫດການທີ່ສ້າງຂີດໝາຍແກ່ຂໍ້ຕົກລົງສະບັບນີ້ຈະຖືກຈັດຂຶ້ນຢູ່ສຳນັກງານອຳນາດການປົກຄອງແຂວງ Ismailia ຂອງ ອີຢິບ.

        ກ່ຳປັ່ນ Ever Given ແມ່ນໜຶ່ງໃນບັນດາກ່ຳປັນຂົນສົ່ງຕູ້ຄອນເທັນເນີຂະຫຍາດໃຫຍ່ສຸດໃນໂລກ ເຊິ່ງຖືກຕິດຄ້າງຢູ່ທາງທິດໃຕ້ຄອງ Suez  ເມື່ອວັນທີ 23 ມີນາ ຜ່ານມາ, ເຊິ່ງໄດ້ເຮັດໃຫ້ການສັນຈອນໄປມາຢູ່ເຂດດັ່ງກ່າວຖືກຢຸດສະງັກໃນເວລາ 6 ວັນ. ໃນເບື້ອງຕົ້ນ, ອີຢິບ ຮຽກຮ້ອງໃຫ້ ເຈົ້າຂອງກຳປັ່ນລຳດັ່ງກ່າວຕ້ອງຊົດເຊີຍ 916 ລ້ານ USD ແຕ່ຫຼັງຈາກນັ້ນ ກໍແຈ້ງໃຫ້ຊາບວ່າ ເຂົາເຈົ້າຍອມຮັບບ້ວງເງິນຊົດເຊີຍ 550 ລ້ານ USD.


ຕອບກັບ

ຂ່າວ/ບົດ​ອື່ນ