ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ກະ​ທຳເປັນ​ປໍ​ລະ​ປັ​ກ​ຢູ່ Nagorny – Karabakh

(VOVWORLD) - ກະຊວງປ້ອງກັນປະເທດ ລັດເຊຍ ແຈ້ງໃຫ້ຊາບວ່າ ດ້ວຍບົດບາດເປັນກາງໄກ່ເກ່ຍ ຂອງກຳລັງຮັກສາສັນຕິພາບ ລັດເຊຍ ຢູ່ Nagrony – Karabakh, ຜູ້ຕາງໜ້າ ອາເຊັກໄບຢານ ແລະ ບັນດາກຳລັງ ອາກເມເນຍ ຢູ່ເຂດດິນແດນດັ່ງກ່າວ ກໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການກະທຳເປັນປໍລະປັກຢ່າງຊິ້ນເຊີງ. 
ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ກະ​ທຳເປັນ​ປໍ​ລະ​ປັ​ກ​ຢູ່ Nagorny – Karabakh - ảnh 1ທະຫານຮັກສາສັນຕິພາບ ລັດເຊຍ ປະຈຳການຢູ່ເຂດຂັດແຍ້ງ Nagorny-Karabakh ວັນທີ  26/11/2020 (ພາບ: AFP/TTXVN)

ວັນທີ 20 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍ ແຈ້ງໃຫ້ຊາບວ່າ ດ້ວຍບົດບາດເປັນກາງໄກ່ເກ່ຍ ຂອງກຳລັງຮັກສາສັນຕິພາບ ລັດເຊຍ ຢູ່ Nagrony – Karabakh, ຜູ້ຕາງໜ້າ ອາເຊັກໄບຢານ ແລະ ບັນດາກຳລັງ ອາກເມເນຍ ຢູ່ເຂດດິນແດນດັ່ງກ່າວ ກໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການກະທຳເປັນປໍລະປັກຢ່າງຊິ້ນເຊີງ. ຂໍ້ຕົກລົງນີ້ ຈະໄດ້ປະຕິບັດດ້ວຍການສົມທົບຂອງກອງບັນຊາການກຳລັງຮັກສາສັນຕິພາບ ລັດເຊຍ.

        ກໍ່ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ອາຊັກໄບຢານ ກໍ່ຖະແຫຼງວ່າ ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບການຢຸດຕິ “ບັນດາມາດຕະການຕ້ານການກໍ່ການຮ້າຍ” ຢູ່ Nagrony – Karabakh ເຊິ່ງມີຜົນບັງຄັບໃຊ້ແຕ່ເວລາ 13 ໂມງຂອງ ວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ - ກົງກັບຕອນ 17 ໂມງຕາມເວລາ ຫວຽດນາມ).

        ເຂດ Nagrony – Karabakh ຕັ້ງຢູ່ດິນແດນທາງທິດຕາເວັນຕົກສ່ຽງໃຕ້ ຂອງ ອາເຊັກໄບຢານ, ມີພົນລະເມືອງສ່ວນຫຼາຍແມ່ນຊາວເຊື້ອຊາດ ອາກເມເນຍ ແລະ ຢາກໂຮມເຂົ້າກັບປະເທດນີ້. ສິ່ງດັ່ງກ່າວ ໄດ້ກໍ່ຄວາມຂັດແຍ້ງກ່ຽວກັບອະທິປະໄຕ ລະຫວ່າງສອງປະເທດໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ