ບັນດາຝ່າຍປາແລັດສະຕິນເຊື່ອມຕໍ່ການເຈລະຈາໄກ່ເກຍປອງດອງຄືນໃໝ່

ບັນດາຝ່າຍປາແລັດສະຕິນເຊື່ອມຕໍ່ການເຈລະຈາໄກ່ເກຍປອງດອງຄືນໃໝ່ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ຄະນະ​ຜູ້​ແທນ​ 3 ຄະນະຂອງ​ບັນດາ​ຝ່າຍ ປາ​ແລັດ​ສະຕິ​ນ ​ໄດ້​ພົບ​ປະກັນ​ຢູ່ Cairo ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ໄກ່​ເກ​ຍປອງ​ດອງ​ຄືນ​ໃໝ່ ຕາມ​ຄຳ​ເຊີນ​ຂອງ​ອົງການສືບ​ລາຊະການ​ລັບ​ປະ​ເທດ​ເຈົ້າພາບ.​ຕາງໜ້າ​ໃຫ້​ບັນດາ​ຝ່າຍ​ຄ້ານ​ຂອງ ປາ​ແລັດ​ສະຕິ​ນ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ລວມມີ: ​ແນວ​ໂຮມ​ປະຊາຊົນ​ປົດ​ປ່ອຍ ປາ​ແລັດ​ສະຕິ​ນ (PFLP), ​ແນວ​ໂຮມ​ປະຊາທິປະ​ໄຕປົດ​ປ່ອຍ ປາ​ແລັດ​ສະຕິ​ນ (DFLP) ​ແລະ ຂະ​ບວນການ​ຕໍ່ຕ້ານ​ປະຊາຊົນ ປາ​ແລັດ​ສະຕິ​ນ (PPRM). ຕາມ​ແຫຼ່ງຂ່າວ​ການ​ທູ​ດ​ໃຫ້​ຮູ້​ວ່າ: ຄາດ​ຄະ​ເນວ່າ​ມີ​ຄະນະ​ປະຕິ​ບັດ​ງານ​ຂອງ​ຂະ​ບວນການ Fatah ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ຂະ​ບວນການ​ອິດສະ​ລາມ​ປະກອບ​ອາວຸດ Hamas ກໍ່​ຈະ​ໄປ​ເຖິງ Cairo ​ເພື່ອ​ເຂົ້າ​ຮ່ວມ​ການ​ເຈລະຈາ. ​ເຫດການ​ນິ້ ຖືກ​ດຳ​ເນີນ​ໄປ​ພາຍຫລັງ ທີ່ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fattah sl – Sisi ຍົກອອກຄຳສະ​ເໜີ​​ເປັນ​ຄົນ​ກາງ​ໄກ່​​ເກ​ຍຄວາມປອງ​ດອງ​ໃຫ້​ບັນດາ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ ອິ​ດສະ​ລາ​​ແອນ ​ແລະ ປາ​ແລັດ​ສະຕິ​ນ ໃນວັນທີ 17/05, ກໍ່​ຄື​ຊຸກ​ຍູ້​ວິວັດ​ການ​ໄກ່​ເກ​ຍຄວາມປອງ​ດອງ​ລະຫວ່າງ​ບັນດາ​ຝ່າຍ ປາ​ແລັດ​ສະຕິ​ນ ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງສັນ​ຕິ​ພາບ ​ແລະ ​ເອກະ​ພາບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ