ບັນດາພະນັກງານຂົນຂວາຍປະຊາຊົນປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງນະຄອນໂຮ່ຈິມິນ

ບັນດາພະນັກງານຂົນຂວາຍປະຊາຊົນປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງນະຄອນໂຮ່ຈິມິນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ພົບ​ປະ​ກັບ
​ຄະນະ​ຜູ້​ແທນ “​ຊຳນານ​ງານໃນ​ການຂົນຂວາຍປະຊາຊົນ“
(ພາບ:sggp.org.vn)

(vovworld) - ​ ​ ທີ່​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ “​ຊຳນານ​ງານໃນ​ການຂົນຂວາຍປະຊາຊົນ“ ນະຄອນ ​ໂຮ່ຈິ​ມິນ  ​ໄລຍະ 2011-2015, ​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ທີ 18/10, ຢູ່​ສຳນັກງານ​ປະທານ​ປະ​ເທດ, ​ເນ​ື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ (15/10/1930-15/10/2015). ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຢືນຢັນ​ວ່າ ບັນດາ​ພະນັກງານ​ຂົນ​ຂວາ​ຍປະຊາຊົນ​​ໄດ້ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ນະຄອນ​ ໂຮ່ຈິ​ມິນ. ທ່ານ​ປະທານ​ປະ​ເທດ​ກໍ່​ເນັ້ນ​ໜັກ​ເຖິງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ພະນັກງານ​ຂົນຂວາຍ​ປະຊາຊົນ​ແຕ່ລະຄົນ​ແມ່ນ​ແຂນ​​ເຊື່ອມ​ຕໍ່ຂອງ​ພັກ, ລັດ, ​ແມ່ນ​ຜູ້​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ​ເຂົ້າ​ໃຈ​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ. ຜ່ານ​ນັ້ນ, ຊ່ວຍ​ປະຊາຊົນ​ສົ່ງ​ບັນດາຄວາມ​ເຫັນ​ປະກອບ​ເຖິງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແນ​ໃສ່​ຊ່ວຍ​ບັນດາ​ອົງການ​ກ່ຽວຂ້ອງ​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ແຜນ​ນະ​ໂຍບາຍ​, ​ແກ້​ໄຂ​ຄວາມມຸງ​ມາດ​ປາຖະໜາ​ຂອງ​ປະຊາຊົນຢ່າງ​ທັນ​ການ. ທ່ານ​ປະທານ​ສະ​ເໜີ​ວ່າ, ​ໃນ​ໄລຍະ​ພັດທະນາ​ໃໝ່, ນະຄອນ​ໂຮ່ຈີ​ມິນ​ ສືບ​ຕໍ່​ປ່ຽນ​ໃໝ່​ຂະ​ບວນການ​ແຂ່ງຂັນ “ຊຳ​ນານ​ງານ​ໃນ​ການ​ຂົນຂວາຍ​ປະຊາຊົນ“. ພິ​ເ​ສ​ດແມ່ນ​ກໍ່ສ້າງ ​ແລະ ທະວີຄູນບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງຂັນ “ຊຳ​ນານ​ງານ​ໃນ​ການ​ຂົນຂວາຍ​ປະຊາຊົນ“. ພ້ອມ​ນັ້ນ​ທາງ​ນະຄອນ​ຄວນ​ຄົ້ນ​ພົບ, ຍ້ອງຍໍ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂອງ​ນະຄອນ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ