ບັນດາລັດຖະມົນຕີ APEC ຈັດກອງປະຊຸມ ກ່ອນທີ່ດຳເນີນ ກອງປະຊຸມສຸດຍອດ

ບັນດາລັດຖະມົນຕີ APEC ຈັດກອງປະຊຸມ ກ່ອນທີ່ດຳເນີນ ກອງປະຊຸມສຸດຍອດ - ảnh 1
(ພາບປະກອບ )

(vovworld) -     ວັນ​ທີ 4/9, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ຂອງ​​ປະ​ເທດ​ຕ່າງໆ​ທີ່ຂຶ້ນ​ກັບ​ເວທີ​ປາ​ໄສຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC)​ ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນ Vladivostok, ​ໃນເຂດຕາ​ເວັນ​ອອກ​ໄກແຫ່ງ​ສະຫະພັນ​ລັດ​ເຊຍ, ກ່ອນ​ທີ່​ຈະ​ດຳ​ເນີນກອງ​ປະຊຸມ​ສຸດອດ APEC, ​ເຊິ່ງຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 8 – 9/9 ຈະ​ມາ​ເຖິງ. ທີ່ກອງ​ປະຊຸມ​ເຊິ່ງຈະ​ແກ່ຍາວ​ຮອດ​ວັນ​ທີ 6/9, ລັດຖະມົນຕີ​ບັນດາ​ປະ​ເທດ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ຫົວ​ຂໍ້​ຕົ້ນ​ຕໍ່ຕ່າງໆ​ເຊິ່ງລວມມີ ບັນຫາ​ຍົກ​ເວັ້ນ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ, ​ເພື່​ມທະວີການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ພື້ນຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ. ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ APEC, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​​ເວົ້າ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນອາຊີ - ປາຊີ​ຝິກ ​​ໄດ້ສວນ​ບົດບາດ​ສຳຄັນ​ສຳ​ຫຼັບ​ການ​ພັດ​ທະນາ​ເຂດ Siberi ​ແລະ ທັງ​ເຂດຕາ​ເວັນ​ອອກ​ໄກຂອງ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ