ບັນດາລັດຖະມົນຕີ ອີ​ຢູ ຈະ​ຈັດວາງບັນດາ​ມາດ​ຕະການ​​ລົງ​ໂທດ​ໃໝ່​ຕ້ານ ຊີ​ຮີ

ບັນດາລັດຖະມົນຕີ ອີ​ຢູ ຈະ​ຈັດວາງບັນດາ​ມາດ​ຕະການ​​ລົງ​ໂທດ​ໃໝ່​ຕ້ານ ຊີ​ຮີ - ảnh 1

ວັນ​ທີ 18 ມັງກອນ, ບັນດາ​ນັກ​ການ​ທູດ​ສະຫະພາ​ບ​ເອີ​ລົບ ( ອີ​ຢູ ) ​ໃຫ້​ຮູ້​ວ່າ, ບັນດາລັດຖະມົນຕີ ອີ​ຢູ ຈະ​ຈັດວາງບັນດາ​ມາດ​ຕະການ​​ລົງ​ໂທດ​ໃໝ່​ຕ້ານ ຊີ​ຮີ ​ໃນ​ອາທິດ​ທີ່​ຈະ​ມາ​ເຖິງ​ດ້ວຍ​ການ​ບັນທຶກ 22 ສ່ວນ​ບຸກຄົນ ​ແລະ 8 ບໍລິສັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ດຳ​ປະຈຸ​ບັນ. ບັນດາ​ການ​ລົງ​ໂທດ​ໃໝ່​ຈະ​ຖືກ​ລັດຖະມົນຕີ​ ອີ​ຢູ ຫຼາຍ​ທານປະກາດ​ຢູ່​​ທີ່ກອງ​ປະຊຸມ​ໃນ​ວັນ​ທີ 23 ມັງກອນ ທີ່​ຈະ​ມາ​ເຖິງ​ຢູ່ Brussels, ອີ​ຢູ ​ໄດ້​ຈັດ​ວາງ​10ມາດ​ຕະການ​ລົງ​ໂທດ  ຕ້ານ​ລັດຖະບານ​ຂອງ​ທ່ານ​ປະທານາທິບໍດີ Bashar Al Assad, ​ເຊິ່ງຕານ​ນັ້ນ​ແລ້ວ, 120 ສວ່​ນບຸກຄົນ ​ແລະ ບໍລິສັດ​ຖືກ ອີ​ຢູ ນຳ​ເຂົ້າ​ບັນຊີ​ລາຍ​ຊື່​ປິດ​ລ້ອມ​ຊັບ​ສົມ​ບັດ ​ແລະ ຫ້າມ​ເຄື່ອນ​ໄຫວ​ໄປມາ. ອີ​ຢູ ກໍ່​ພວມ​ປະຕິບັດ​ຄຳ​ສັ່ງ​ຂວຳ້​ບາດ​ອາວຸດ ​ແລະ ຫ້າມ​ນຳ​ເຂົ້າ​ນ້ຳມັນ​ດິບ​ຂອງ ຊີ​ຮີ. ​ແຕ່​ວ່າຊື່​ຂອງ​ບັນດາ​ສ່ວນ​ບຸກຄົນ ​ແລະ ບໍລິສັດ​ ຫາ​ກໍ່​ຖືກ​ນຳ​ເຂົ້າ​ບັນຊີ​ລາຍ​ຊື່​ດຳ​ຄັ້ງ​ໃໝ່​ຍັງ​ບໍ່​ທັນ​​ໄດ້ຣັບການ​​ເປີດເຜີຍ.
ຂ່າວ/ບົດ​ອື່ນ