ບັນດາລາຍການພິເສດຊົມເຊີຍວັດບົດປ່ອຍນະຄອນຫຼວງ

ບັນດາລາຍການພິເສດຊົມເຊີຍວັດບົດປ່ອຍນະຄອນຫຼວງ - ảnh 1
(ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍນະຄອນຫຼວງ)

(vovworld) – ຕອນ​ຄໍ່າ​ວັນ​ທີ 10/10, ​ແມ່ນ​ງານ​ບູນຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ, ​ເມື່ອ​ທັງ​ນະຄອນ​ໄດ້ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍນະຄອນຫຼວງ. ​ໃນ​ເວລາ 21 ​ໂມງ, ມີ​ສະຖານ​ທີ່​ຍິງ​ບັ້ງ​ໄຟ​ດອກ 30 ​ແຫ່ງ ​ໄດ້​ດຳ​ເນີນ​ການ​ຍິງບັ້ງ​ໄຟ​ດອກ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍນະຄອນຫຼວງ. ຄຽງຂ້າງນັ້ນ, ຍັງ​ມີບັນດາ​ລາຍການ​ສິລະ​ປະ​ອື່ນ​ທີ່​ຖືກ​ດຳ​ເນີນ​ໄປ​ໃນ​ຖະໜົນ​ຕົ້ນ​ຕໍ່​ຫຼາຍສາຍ​ອີກ​ດ້ວຍ. ທ່ານ ຫງວຽນຄັ໋ກ​ເລີຍ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

        “ພິທີສະ​ເຫຼີ​ມສະຫຼອງຄັ້ງ​ທີ 60 ​ແຫ່ງ​ວັນ​ປົດ​ປ່ອຍນະຄອນຫຼວງ, ສະ​ນັ້ນ ມີ​ບັນຈຸ​ດທີ່​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​ໃສ່​ປີ​ກ່ອນໆ. ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ທຸກ​ແຫ່ງ​ຂອງ​ນະຄອນ, ​ເພື່ອ​ປຸກ​ລູກ​ຄວາມ​ເອກ​ອ້າງ​ຖະໜົງ​ໃຈ​ຂອງ​ປະຊາຊົນ ກ່ຽວ​ກັບ​ນະຄອນຫຼວງທີ່​ວິລະ​ອາດ​ຫານ, ນະຄອນ​​ແຫ່ງ​ສັນຕິພາບ, ຈາກ​ນັ້ນ​ຈະ​ຮັກ​ແພງ​ນະຄອນຫຼວງ​ກວ່າ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ກ່ຽວ​ກັບ​ຮ່າ​ໂນ້ຍກວ່າ, ສ້າງສາ​ນະຄອນຫຼວງ​ໃຫ້​ໃຫຍ່​ໂຕ, ສວຍ​ງາມ​ກວ່າ.”

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນຫຼວງ​ມົດສກູ, ສະຫະພັນ​ລັດຖ​ເຊຍ, ພໍ​ແມ່​ປະຊາຊົນ​ຫວຽດນາມ ​ໄດ້​ຈັດ​ພິທີ​ພົບ​ປະສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍນະຄອນຫຼວງ. ທ່ານ​ຟ້າ​ມຮົ່ງຮ່າ, ປະທານ​ສະມາຄົມ​ຮ່າ​ໂນ້ຍ ປະຈຳ​ສະຫະພັນ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ການ​ພົບ​ປະ​ແມ່ນ​ນຳ້​ໃຈ​ຂອງ​ພໍ​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ ​ຟາກ​ເຖິງຮ່າ​ໂນ້ຍ ​ແລະ ປາດ​ຖະໜາ​ວ່າ ນະຄອນຫຼວງ ​ແລະ ປະ​ເທດ​ຊາດ​ຈະ​ນັບ​ມື້​ນັບ​ພັດທະນາ.


ຂ່າວ/ບົດ​ອື່ນ