ບັນດາລາຍການສິລະປະສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຈ່ຈີມິນ

(VOVWORLD) -ລາຍການສະແດງສິລະປະ “ສຽງເພງລະດູບານໃໝ່ຖະຫວາຍແດ່ເພິ່ນ” ຖືກດຳເນີນໃນຕອນຄ່ຳວັນທີ 17 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ
ບັນດາລາຍການສິລະປະສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຈ່ຈີມິນ - ảnh 1(ລາຍການພົບປະແລກປ່ຽນສະແດງສິລະປະທີ່ມີຊື່ວ່າ “ງາມທີ່ສຸດແມ່ນຊື່ຂອງເພິ່ນ”)

ລາຍການສະແດງສິລະປະ “ສຽງເພງລະດູບານໃໝ່ຖະຫວາຍແດ່ເພິ່ນ” ຖືກດຳເນີນໃນຕອນຄ່ຳວັນທີ 17 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020). ເຂົ້າຮ່ວມລາຍການສະແດງສິລະປະພິເສດນີ້ມີທ່ານ ຫງວຽນຊວັນຟຸກ, ນາຍົກລັດຖະມົນຕີຫວຽດນາມ;  ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ; ທ່ານ ວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ…

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນ ກວ໊ານຊື໊, ຮ່າໂນ້ຍ, VOV ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະທີ່ມີຊື່ວ່າ “ງາມທີ່ສຸດແມ່ນຊື່ຂອງເພິ່ນ”. ເຂົ້າຮ່ວມລາຍການນີ້ມີທ່ານນາງ ຕ່ອງທິຟ໊ອງ, ຮອງປະທານສະພາແຫ່ງຊາດ; ທ່ານ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV. ລາຍການໄດ້ສະແດງໃຫ້ເຫັນຜ່ານບັນດາເລື່ອງລາວ, ຮູບເງົາເອກະສານທີ່ລ້ຳຄ່າ ແລະ ພິເສດແມ່ນຜ່ານບັນດາບົດເພງທີ່ມີຊື່ສຽງເຊິ່ງໄດ້ຮັບການສະແດງເປັນພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ