ບັນດາວິສາຫະກິດ ຝລັ່ງ ລົງທຶນເຂົ້າຫວຽດນາມ ໄດ້ປະສົບຜົນສຳເລັດ

ບັນດາວິສາຫະກິດ ຝລັ່ງ ລົງທຶນເຂົ້າຫວຽດນາມ ໄດ້ປະສົບຜົນສຳເລັດ - ảnh 1
ພາບປະກອບ:internet

 (vovworld)- ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ​ຫວຽດນາມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ດ້ວຍ​ນະ​ໂຍບາຍ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຖັນ​ແຖວ​ບຸກຄະລາ​ກອນ​ມີ​ຄຸນ​ນະພາ​ບສູງ. ນີ້​ແມ່ນ​ຂໍ​້ສັງ​ເກດ​ລວມຂອງ​ບັນດາ​ນັກທຸລະກິດ ຝລັ່ງ ​ແລະ ນັກທຸລະກິດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຊື່​ງ​ໄດ້​ຮັບການ​ເຊີດ​ຊູ​ທີ່​ພິທີ​ມອບ​ຫລຽນ​ກາ​ທີ່​ລະນຶກ“​ເພື່ອ​ພາ​ລະ​ກິດ​ພັດທະນາ​ຂອງ​ຂະ​ແຫນງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ” ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 24/9 ຢູ່ ປາຣີ ປະ​ເທດ ຝລັ່ງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຫວູຮູ​ຍຮ່ວາງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ.  ນັກທຸລະກິດ ຝລັ່ງ Jacques de Chteauvieux ຜູ້​ໄດ້​ລົງທຶນ​ຈຳນວນ​ເງິນ 150 ລ້ານ ​ເອີ​ໂຣ ​ເຂົ້າ​ຫວຽດນາມ ຖື​ວ່າ: ບັນດາ​ວິ​ສາ​ຫະກິດ ຝລັ່ງ ລົງທຶນ​​ເຂົ້າ​ຫວຽດນາມ ​ໄດ້ປະສົບ​ຜົນສຳ​ເລັດ​ເມື່ອ​ສ້າງ​ຄຸນຄ່າ​ມີ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ ດ້ວຍ​ຖັນ​​ແຖວ​ບຸກຄະລາ​ກອນ​ຂອງ​ທ້ອງ​ຖິ່ນ, ການ​ຫນູນ​ຊ່ວຍ​ດ້ານ​ນິຕິ​ກຳ ​ແລະ ການ​ສະຫນັບ​ສະ​ຫນູນ​ຈາກ​ບັນດາ​ການ​ນຳ. ທ່ານ Jacques de Chteauvieux ຍັງ​ຕີ​ລາຄາ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຂອງ​ຫວຽດນາມ ບໍ່​ພຽງ​ແຕ່​ໃຮການ​ປະຕິບັດ​ບັນດາ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ດ້ານ​ບໍລິຫານ​ບັນດາ​ວິ​ສາ​ຫະກິດ ​ແລະ ສະ​ເຫ​ນີບັນດາ​ແນວ​ຄວາມ​ຄິດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ. ຕາມ​ທ່ານ Jacques de Chteauvieux, ບັນດາ​ວິ​ສາ​ຫະກິດ​ຂອງ​ທ່ານ​ຢູ່ ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ເພື່ອ​ເຮັດ​ໃຫ້​ບັນດາ​ຕະຫລາດ​ຕ່າງປະ​ເທດ​ຮັບ​ຮູ້​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ຕົນ​ບັນລຸ​ລະດັບ​ຄຸນ​ນະພາ​ບຊັ້ນ​ນຳ​ຂອງ​ໂລກ ຜ່ານ​ນັ້ນ ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ສຳລັບ​ສິນຄ້າ​ມີ​ຕົ້ນ​ກຳ​ເນີ​ດຈາກ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ