ບັນດາວິສາຫະກິດຕັ້ງໜ້າປ່ຽນໃໝ່,ຮ່ວມສຳພັນໃນວິວັດການເຊື່ອມໂຍງ

ບັນດາວິສາຫະກິດຕັ້ງໜ້າປ່ຽນໃໝ່,ຮ່ວມສຳພັນໃນວິວັດການເຊື່ອມໂຍງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ​ວັນ​ທີ 2/9, ຕອນ​ບ່າຍ​ວັນ​ທີ 28/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ມີ​ການ​ພົບ​ປະ​ສ້າງສັນ​ກັບ​ບັນດາ​ນັກທຸລະກິດ​ໜຸ່ມ​​ດີ​ເດັ່ນ, ​ເຊິ່ງ​ແມ່ນບັນດາ​ຜູ້​ທີ່​ໄດ້​​ເຂົ້າ​ຮ່ວມ​ລາຍການ​ລາງວັນ​ດາວ​ແດງ 2014. ນີ້​ແມ່ນ​ບັນດາ​ນັກທຸລະກິດ​ໜຸ່ມ​ທີ່​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສຸດ​ອົກ​ສຸດ​ໃຈ​ໃນ​ການ​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ຕົນ​ເອງ ​ແລະ ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

        ​ເມື່ອ​ແລກປ່ຽນ​ກັບ​ບັນດາ​ຜູ້​ແທນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ເນັ້ນ​ໜັກ​ວ່າ, ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ​ໃນ​ສະພາບ​ການແກ່ງ​ແຍ້​ງສູງ​ນັ້ນ, ບັນດາ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ​ຕ້ອງ​ມີ​ຄວາມ​ຕັ້ງໜ້າ​ໃນ​ການ​ປ່ຽນ​ໃໝ່, ຮ່ວມ​ສຳພັນ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ວົງ​ຄະນາ​ຍາດ​ນັກທຸລະກິດ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ. ບັນດາ​ນັກທຸລະກິດ​ໜຸ່ມ​ຕ້ອງ​ແມ່ນ​ກຳລັງ​ນຳ​ໜ້າ​ໃນ​ການ​ຮ່ວມ​ມື ​ເພື່ອ​ສ້າງ​ລະບົບ​ຮ່ວມ​ສຳພັນ​ດ້ວຍ​ຈຸດໝາຍທີ່​ວ່າ ​ຜະລິດ​ຕະພັນ​ຂອງ​ວິ​ສາ​ຫະກິດ​ນີ້ ​​ແມ່ນ ສົ້ນ​ເຂົ້າຂອງ​ວິ​ສາ​ຫະກິດ​ອື່ນ, ​ແລະ ພິ​ເສດ​ແມ່ນ​ຕ້ອງ​ສາມັກຄີ​ກັນ​ເພື່ອ​ຍົກ​ສູງ​ກຳລັງ​ແຮງ​ໃນ​ການ​ແກ່ງ​ແຍ້​ງກັບ​ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ເໜີ​ວ່າ, ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ນັກທຸລະກິດ​ໜຸ່ມ​ເຊິ່ງຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 30-31/8, ບັນດາ​ຜູ້​ແທນ​ຕ້ອງ​ຊອກ​ຫາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ວົງ​ຄະນາ​ຍາດ​ນັກທຸລະກິດ​ໜຸ່ມ​ເວົ້າ​ສະ​ເພາະ ​ແລະ ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ເວົ້າ​ລວມຄົງ​ຕົວ ​ແລະ ​ບືນ​ຕົວ​ຂຶ້ນ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ