ບັນດາວິສາຫະກິດພາຍໃນປະເທດຄວນຮ່ວມສຳພັນນຳກັນເພື່ອສ້າງກຳລັງແຮງໃນການແກ່ງແຍ້ງ

ບັນດາວິສາຫະກິດພາຍໃນປະເທດຄວນຮ່ວມສຳພັນນຳກັນເພື່ອສ້າງກຳລັງແຮງໃນການແກ່ງແຍ້ງ - ảnh 1
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ

(vovworld) - ຕອນ​ເຊົ້າ​ວັນ​ທີ 23/06 ຢູ່ຮ່າ​ໂນ້ຍ ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ​ແລະ ຄະນະ​ຊີ້​ນຳ​ລະຫວ່າງ​ຂະ​ແໜງ​​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ກ່ຽວ​ກັບ​ເສດຖະກິດ, ພ້ອມ​ກັບ ກຳມາທິການການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ​່ງຊາດ​ຈັດ​ຕັ້ງ​ເວທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່າ: “ວິ​ສາ​ຫະກິດ ຫວຽດນາມ ​ເຊື່ອ​ມຕໍ່ ​ແລະ ​ເຊື່ອ​ມ​ໂຍງ​ໃນ​ສັກກະ​ລາດ FTA ລຸ້ນ​ໃໝ່”. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຖື​ວ່າ: ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ ​ແລະ ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) 2 ຝ່າຍ ​ແລະ ຫລາຍຝ່າຍ 12 ສະບັບ​ນັ້ນ ພວມ​ເປີດ​​ບັນດາ​ກາລະ​ໂອກາດ​ໃໝ່ ​ເພື່ອ​ໃຫ້ ຫວຽດນາມ ​ເຊື່ອມ​​ໂຍງ ​ແລະ ພັດທະນາ. ທ່ານ ຮ່ວາງ​ກວາງ​ຟ່ອງ ຮອງ​ຫົວ​ໜ້າ​ຫ້ອງ ​ການ​ການ​ຄ້າ ​ແລະ ອຸ​ດສາ​ຫະກຳ ຫວຽດນາມ ຖື​ວ່າ:

        “​ໃນ​ສະພາບ​ການຫັນ​ເປັນ​ໂລກາ​ພິວັດ ​ແລະ ​ແກ່ງ​ແຍ້​ງ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ບືນ​ຕົວ​ຂຶ້ນ​ສູ່​ມາດຕະຖານ​ສາກົນ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ ​ເພື່ອ​ມີ​ບັນດາ​ຜົນງານ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ຮັກສາ​ໄດ້ມູນ​ຄ່າ​ວິ​ສາ​ຫະກິດ​ແບບ​ຍືນ​ຍົງ. ຈາກ​ນັ້ນ ສ້າງ​ໂຄງ​ປະກອບຕິດ​ພັນ ​​ແລະ ​ເຊື່ອມຕໍ່​ໃຫ້​ປະສົບ​ຜົນສຳ​ເລັດ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ລົງທຶນລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ໂລກ​”.

        ທີ່​ເວທີ​ປາ​ໄສ, ນັກ​ປະ​ຖາ​ກະຖາ​ຫລາຍ​ຄົນ ​ເນັ້ນ​ໜັກ​ວ່າ: ​​ໃນສະພາບການ​ເຊື່ອມ​ໂຍງ, ນອກຈາກ​​ເລື່ອງລັດ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສ່ົງ​ເສີມ​ດ້ານ​ການ​ຄ້າ​ແລ້ວ, ວິ​ສາ​ຫະກິດ​ກໍ່​ຄວນ​ເພີ່ມ​ທະວີ ​ການໂຄສະນາ​ຜະລິດ​ຕະພັນ, ລົງທຶນ​ປະກອບ​ວັດຖຸອຸປະກອນຕື່ມ​ອີກ​ ​ເພື່ອ​ໃຫ້​ຜະລິດ​ຕະພັນ​ບັນລຸ​ຄຸນ​ນະພາ​ບ.​

ຂ່າວ/ບົດ​ອື່ນ