ບັນດາວິສາຫະກິດຫວຽດນາມ ເຄື່ອນໄຫວຢ່າງມີ ປະສິດທິຜົນຢູ່ສະຫະພັນລັດເຊຍ

ບັນດາວິສາຫະກິດຫວຽດນາມ ເຄື່ອນໄຫວຢ່າງມີ ປະສິດທິຜົນຢູ່ສະຫະພັນລັດເຊຍ - ảnh 1
(ທ່ານ ​ເຈີ​ນດັງ​ຈູງ, ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ
ຢູ່​ສະຫະພັນ​ລັດ​ເຊຍ)


(vovworld) - ປະຈຸ​ບັນ​ຢູ່​ສະຫະພັນ​ລັດ​ເຊຍ ​ໄດ້​ມີ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ​ແລະ ນ້ອຍຫຼາຍ​ແຫ່ງ​ຂອງ​ຊາວ​ຕ່າງປະ​ເທດ​​ເຄື່ອນ​ໄຫວ​ໃນຂົງ​ເຂດ​ແຕກ​ຕ່າງ​ກັນ. ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ຫວຽດນາມ ຫຼາຍ​ແຫ່ງ​ທີ່​ພວມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ​ເຈີ​ນດັງ​ຈູງ, ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ຢືນຢັນ​ຄື​ແນວ​ນັ້ນ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ເນື່ອງ​ໃນ​ໂອກາດທ່ານ​ປະທານາທິບໍ​ດີ​ສະຫະພັນ​ລັດ​ເຊຍ Vladimir Putin ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ມໍ່ໆ​ມາ​ນີ້.

        ຕາມ​ທ່ານ ​ເຈີ​ນດັງ​ຈູງ ​ແລ້ວ, ​ວິ​ສາ​ຫະກິດ​ຫວຽດນາມ ສ່ວນ​ຫຼາຍຢູ່​ສະຫະພັນ​ລັດ​ເຊຍ​ເລີ່​ມ​ເຄື່ອນ​ໄຫວ​ແຕ່​ປີ 1990, ​ໃນ​ເບື້ອງຕົ້ນ​ແມ່ນ​ດຳ​ເນີນ​ເຂດ​ຄ້າ​ຂາຍ​ນ້ອຍ​ເປັນ​ຕົ້ນ. ມາ​ຮອດ​ປະຈຸ​ບັນ, ບາງ​ວິ​ສາ​ຫະກິດ​ດັ່ງກ່າວ​ໄດ້​ເຄື່ອນ​ໄຫວ​ຢ່າງ​ໝັ້ນຄົງ, ພັ​ດທະນາ ​ແລະ ລົງທຶນ​ເຂົ້າບັນດາ​ຂົງ​ເຂດ. ​ທ່ານ ​ເຈີ​ນດັງ​ຈູງ ກ່າວ​ວ່າ.

        “​ເຂົາ​ເຈົ້າ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ຫວຽດນາມ, ກໍ່​ຄື​ຊາວ​ທ້ອງ​ຖິ່ນ, ​ໄດ້ມອບ​ພັນທະ​ເຂົ້າງົບປະມານ​ຂອງ​ສະຫະພັນ​ລັດ​ເຊຍ, ​ໃນ​ຈຳນວນ​ວິ​ສາ​ຫະກິດ​ດີ​ເດັ່ນ​ທີ່​ພວມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນຢູ່​ສະຫະພັນ​ລັດ​ເຊຍ​ຄື: ທີໜຶ່ງ​ແມ່ນຂົງ​ເຂດ​ອາຫານ​ການ​ກິນ, ທີ 2 ​ແມ່ນ​ຜະລິດ​ເກີບ ​ແລະ ​ໂສ້ງ​ເສື້ອ, ທີ 3 ​ແມ່ນ​ດຳ​ເນີນ​ທຸລະ​ກິດ​ຄ້າຂາຍ​ຢູ່ບັນດາ​ສູນ​ການ​ຄ້າ...”

ຂ່າວ/ບົດ​ອື່ນ