ບັນດາສັນຍານຟື້ນຟູເສດຖະກິດຈາກເອີລົບ

ບັນດາສັນຍານຟື້ນຟູເສດຖະກິດຈາກເອີລົບ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25/07, ​ຕາມຕົວ​ເລກຂອງ​ອົງການ​ສະຖິຕິ​ແຫ່ງ​ຊາດ​ອັງກິດ​ ​​ແລ້ວ ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ປະ​ເທດ​ນີ້​ໄດ້​ເພີ່ມ​ຂຶ້ນ 0,6% ​ໃນ​ງວດ​ທີ 2 ຜ່ານ​ມາ, ສູງທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ງວດ​ກ່ອນ. GDP ຂອງ​ອັງກິດ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ງວດທີ 2 ​ຍ້ອນ​ບັນດາ​ຂະ​ແໜງ​ເສດຖະກິດ​ຕົ້ນຕໍ່​ຂອງ​ປະ​ເທດ​ນີ້​ລ້ວນ​ແຕ່​ມີ​ລະດັບ​ເພີ່ມ​ຂຶ້ນ​ທີ່​ໜ້າ​ປະ​ທັບ​ໃຈ. ​ໄລ່​ມາ​ຮອດ​ຈຸ​ດເວລາ​ນີ້, ພື້ນຖານ​ເສດຖະກິດ​ຂອງ​ອັງກິດ ​ຟື້ນ​ຟູ​ໄດ້​​ເກືອບ​ເຄິ່ງໜຶ່ງ​ລະດັບ​ຫຼຸດຜ່ອນ 7,2% ​ໃນ​ວິ​ກິດ​ການ​ເສດຖະກິດ - ການ​ເງິນ​ທົ່ວ​ໂລກ​ປີ 2008 – 2009. ​ໃນ​ຂະນະ​ນັ້ນ, ​ແຫຼ່ງຂ່າວ​ຈາກ​ພື້ນຖານ​ເສດຖະກິດ​ຕົ້ນ​ຕໍ່​ໃນ​ພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ​ເອີ​​​ໂລ​ລວມ (Eurozone) ​ແມ່ນ​ເຢຍລະ​ມັນ ກໍສ້າງ​ຄວາມ​ຫວັງ​ໃຫ້​ປະຊາ​ຄົມ​ໂລກ. ຕາມ​ຕົວ​ເລກ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ Munich, ພາຍຫຼັງ​ທີ່​ໄຈ້​ແຍກ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ເກືອບ 7000 ວິ​ສາ​ຫະກິດ​ແລ້ວ, ລະດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈດຳ​ເນີນ​ທຸລະ​ກິດ​ຂອງ​ປະ​ເທດ​ນີ້​ໄດ້​ເພີ່ມ​ຂຶ້ນ​ໃນ 3 ​ເດືອນ​ລຽນຕິດ. ​ແລະ ກໍ່​ໃນ​ວັນ​ດຽວ​ກັນກຸ່ມ​ບໍລິສັດ​ການ​ເງິນ​ໃຫຍ່​ກ່ວາ​ໝູ່​ຂອງ, ​ແອດ​ສປາຍ ກໍ່​ປະກາດ​ໄດ້​ຮັບ​ຜົນ​ກຳ​ໄລ​ຄືນ​ໃໝ່​ພາຍຫຼັງ 1 ປີ​ທີ​ຖືກ​ຫຼຸບ​ທຶນ.
ຂ່າວ/ບົດ​ອື່ນ