ບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວຍາມຕົ້ນປີ.

(VOVWORLD) -ໃນຊຸມວັນຕົ້ນລະດູບານໃໝ່, ດິນຟ້າອາກາດຢູ່ທົ່ວທຸກແຫ່ງໃນປະເທດຊາດ ລ້ວນແຕ່ສວຍສົດງົດງາມ, ຊຶ່ງເປັນເງື່ອນໄຂສະດວກໃຫ້ແກ່ປະຊຳຊົນເຂົ້າຮ່ວມບັນດາການເຄື່ອນໄຫວຕ້ອນຮັບລະດູບານໃໝ່

ບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວຍາມຕົ້ນປີ.  - ảnh 1

ມີແຂກທ່ອງທ່ຽວຕ່າງປະເທດ 132.000 ເທື່ອຄົນມາຢ້ຽມຢາມຫ້າລອງ, ແຂວງກວາງນິງຍາມຕົ້ນປີໃໝ່

ທີ່ທ່າເຮືອ ຮ່ອນກາຍ, ນະຄອນຫ້າລອງ, ແຂວງກວາງນິງ, ໃນວັນທີ 17 ກຸມພາ, ບໍລິສັດການບໍລິການທ່ອງທ່ຽວ ໄຊງ່ອນຕູຣິດ ໄດ້ຕ້ອນຮັບກຳປັ່ນສາກົນ Glory sea ດ້ວຍຈຳນວນແຂກທ່ອງທ່ຽວຈີນ ເກືອບ 600 ຄົນມາທ່ອງທ່ຽວຢູ່ຫ້າລອງຍາມຕົ້ນປີໃໝ່. ທ່ານ ຮ່ວາງວັນເງະ ຜູ້ອຳນວຍການ ບໍລິຫານກຳປັ່ນສາກົນ Glory sea ໃຫ້ຮູ້ວ່າ :

    “ ອ່າວຫ້າລອງ ແມ່ນມໍລະດົກທຳມະຊາດໂລກ. ພວກຂ້າພະເຈົ້າຈະພະຍາມຍາມດຶງດູດແຂກທ່ອງທ່ຽວຫຼາຍຄະນະເຂົ້າມາຢ້ຽມຊົມ ອ່າວຫ້າລອງ ຊຶ່ງເປັນສິ່ງມະຫັດສະຈັນທຳມະຊາດຂອງໂລກ. ຢູ່ແຫ່ງນີ້ ມີບັນດາຫາດຊາຍທະເລທີ່ສວຍງາມ, ມີຖ້ຳຫີນ ງົດງາມ. ຊາວຫ້າລອງກໍມີຈິດໃຈຮັກແພງແຂກ. ພວກຂ້າພະເຈົ້າຈະເພີ່ມທະວີການຮ່ວມມືກັບຂະແໜງທ່ອງທ່ຽວຫ້າລອງ, ແຂວງກວາງນິງ ”

    ໃນຂະນະນັ້ນ, ຢູ່ນະຄອນດານັ້ງ, ບັນດາສະຖານທີ່ທ່ອງທ່ຽວຈິດວິນຍານ ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາທ່ອງທ່ຽວໃນຊຸມວັນບຸນເຕັດ. ໃນໂອກາດບຸນເຕັດປີ ຈໍ, ນະຄອນດານັ້ງ ຄາດວ່າ ຕ້ອນຮັບແຂກທ່ອງທ່ຽວ 290.000 ເທື່ອຄົນມາຢ້ຽມຢາມ, ໃນນັ້ນ ແຂກຕ່າງປະເທດມີກ່ວາ 132.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ