ບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວໃນໂອກາດພັກບຸນວັນທີ 30/4 ແລະ 1/5

(VOVWORLD) -ລວມຍອດລາຍຮັບໄດ້ຈາກການເຄື່ອນໄຫວທ່ອງທ່ຽວຄາດວ່າບັນລຸໄດ້ ກວ່າ 36 ຕື້ດົງ, ເພີ່ມຂຶ້ນ ກວ່າ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.
ບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວໃນໂອກາດພັກບຸນວັນທີ 30/4 ແລະ 1/5 - ảnh 1  ຕະຫຼາດບົນໜ້ານ້ຳ ກາຍຢັງ ຢູ່ເກີນເທີ

ຕອນບ່າຍວັນທີ 1 ພຶດສະພາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນເກີນເທີ ໃຫ້ຮູ້ວ່າ ໃນໂອກາດພັກບຸນວັນທີ 30/4 (ວັນປົດປ່ອຍພາກໃຕ້ຫວຽດນາມ) ແລະ ວັນທີ 1/5 ( ວັນກຳມະກອນສາກົນ), ນະຄອນເກີນເທີ ໄດ້ຕ້ອນຮັບແຂກທ່ອງທ່ຽວ ເກືອບ 120.000 ເທື່ອຄົນ, ລວມຍອດລາຍຮັບໄດ້ຈາກການເຄື່ອນໄຫວທ່ອງທ່ຽວຄາດວ່າບັນລຸໄດ້ ກວ່າ 36 ຕື້ດົງ, ເພີ່ມຂຶ້ນ ກວ່າ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ບັນດາສະຖານທີ່ທ່ອງທ່ຽວໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຊົມຢູ່ແຂວງເກີນເທີເປັນຈຳນວນຫຼວງຫຼາຍໃນໂອກາດດັ່ງກ່າວ ຄື: ຂົວຍ່າງນິງກ່ຽວ, ທ່າເຮືອນິງກ່ຽວ ແລະ ເຂດການຄ້າ ແລະ ອາຫານການກິນຢູ່ຕະຫຼາດກາງຄືນ.

        ແຕ່ວັນທີ 25 ເມສາ ຫາວັນທີ 01 ພຶດສະພາ, ຄາດວ່າແຂວງຟຸອຽນໄດ້ຕ້ອນຮັບແຂກທ່ອງທ່ຽວປະມານກວ່າ 34.000 ເທື່ອຄົນ. ສ່ວນຢູ່ແຂວງລາວກາຍ ກໍໃຫ້ຮູ້ວ່າໃນໄລຍະພັກບຸນ ແຕ່ວັນທີ 28 ເມສາ ຫາວັນທີ 01 ພຶດສະພາ 2018 ນີ້, ຊາປາ ໄດ້ຕ້ອນຮັບແຂກທ່ອງທ່ຽວມາທ່ຽວຊົມ ແລະ ພັກຜ່ອນຢ່ອນອາລົມກວ່າ 6,8 ໝື່ນເທື່ອຄົນ. ແລະ ພາຍໃນ 04 ວັນພັກບຸນດັ່ງກ່າວ, ແຂກທ່ອງທ່ຽວມາຮ່າໂນ້ຍກໍເພີ່ມຂຶ້ນຫຼາຍ. ຈຳນວນແຂກທ່ອງທ່ຽວມາຮ່າໂນ້ຍທັງໝົດ ຄາດວ່າ ເກືອບ 320 ພັນເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວສາກົນ ເກືອບ 66 ພັນເທື່ອຄົນ. ບາງສະຖານທີ່ທ່ອງທ່ຽວໃນບໍລິເວນນະຄອນຮ່າໂນ້ຍ ເຊິ່ງແຂກທ່ອງທ່ຽວໄດ້ເລືອກເຟັ້ນ ຄື ມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມວັນມ້ຽວ - ກວັກຕຶຢ໋າມ, ເຂດປູຊະນີຍະສະຖານພະລາຊະວັງທັງລອງ, ວິຫານຫງອັກເຊີນ ແລະສຸສານປະທານໂຮ່ຈີມິນ. 

ຕອບກັບ

ຂ່າວ/ບົດ​ອື່ນ