ບັນດາສະມາຊິກສະພາສູງອາເມລິກາ ສະເໜີເນລະເທດພາລະກອນການທູດລັດເຊຍ 300 ທ່ານ

(VOVWORLD) -ປະຈຸບັນ ພາລະກອນການທູດອາເມລິກາ ພຽງແຕ່ປະມານ 100 ທ່ານເທົ່ານັ້ນທີ່ປະຈຳຢູ່ ລັດເຊຍ, ໃນຂະນະທີ່ ພາລະກອນການທູດ ລັດເຊຍ ປະຈຳຢູ່ ອາເມລິກາ ແມ່ນ 400 ທ່ານ
ບັນດາສະມາຊິກສະພາສູງອາເມລິກາ ສະເໜີເນລະເທດພາລະກອນການທູດລັດເຊຍ 300 ທ່ານ - ảnh 1(ພາບປະກອບ: Reuters)

ການນຳກຳມາທິການການຕ່າງປະເທດ ແລະ ກຳມາທິການສືບລາຊະການລັບສະພາສູງອາເມລິກາ ຫາກໍ່ສະເໜີຕໍ່ທ່ານປະທານາທິບໍດີອາເມລິກາ Joe Biden ເນລະເທດພາລະກອນການທູດລັດເຊຍ 300 ທ່ານ ອອກຈາກປະເທດຖ້າຫາກວ່າ ລັດເຊຍ ບໍ່ອອກວີຊາໃຫ້ບັນດາພົນລະເມືອງທີ່ຕາງໜ້າໃຫ້ ອາເມລິກາ ປະຈຳລັດເຊຍ. ການກະທຳດັ່ງກ່າວໄດ້ຮັບຖືວ່າຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ 2 ປະເທດເພີ່ມຂຶ້ນຕື່ມ.

        ກ່ອນໜ້ານັ້ນ, ຕາມບັນດາສະມາຊິກສະພາສູງ ອາເມລິກາ ແລ້ວ, ປະຈຸບັນ ພາລະກອນການທູດອາເມລິກາ ພຽງແຕ່ປະມານ 100 ທ່ານເທົ່ານັ້ນທີ່ປະຈຳຢູ່ ລັດເຊຍ, ໃນຂະນະທີ່ ພາລະກອນການທູດ ລັດເຊຍ ປະຈຳຢູ່ ອາເມລິກາ ແມ່ນ 400 ທ່ານ, ນີ້ແມ່ນການຜິດດ່ຽງໃຫຍ່ກ່ຽວກັບການມີໜ້າຂອງພາລະກອນການທູດລະຫວ່າງ 2 ປະເທດ. ສະນັ້ນ, ຕາມບັນດາສະມາຊິກສະພາສູງອາເມລິກາ ແລ້ວ, ລັດເຊຍ ຄວນອອກວີຊາໃຫ້ບັນດາພົນລະເມືອງທີ່ຕາງໜ້າໃຫ້ ອາເມລິກາ ທີ່ປະຈຳປະເທດນີ້ຕື່ມອີກ ຫຼື ອາເມລິກາ ຕ້ອງເລີ່ມປະຕິບັດການເນລະເທດພາລະກອນການທູດລັດເຊຍ ປະຈຳປະເທດນີ້ ປະມານ 300 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ