ບັນດາສະມາຊິກສະພາແຫ່ງຊາດຈະປຶກສາຫາລືຫລາຍບັນຫາຮ້ອນເຮັ່ງ

ບັນດາສະມາຊິກສະພາແຫ່ງຊາດຈະປຶກສາຫາລືຫລາຍບັນຫາຮ້ອນເຮັ່ງ	 - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ
​ຫວຽດ​ນາມ ຊຸດ​ທີ 13 ​
ພາບ:noichinh.vn

(vovworld)-​​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 17-19/11. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ລັດ​ຖະ​ມົນ​ຕີກະ​ຊວງ​ອຸດ​ສາ​ຫະ​ກຳ -ການ​ຄ້າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ​ນ​ແລະ ສັງ​ຄົມ ຈະ​ຕອບ​ຄຳ​ຊັກ​ຖາມ.

        ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ກ່ອນ​ດຳ​ເນີນ​ການ​ຊັກ​ຖາມ, ທ່ານ ບູ່ຍ​ວັນ​ຊ່​ວຽນ, ສ​ສ​ຊ ແຂວງ ທາຍ​ບີງ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ບັນ​ຫາ​ຮ້ອນ​ເຮັ່ງ​ແມ່ນ​ຂຶ້ນ​ກັບ​ຂົງ​ເຂດ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ,ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ. ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄັ້ງ​ໃດ, ປະ​ຊາ​ຊົນ​ລ້ວນ​ແຕ່​ເວົ້າ​ເຖິງ​ນະ​ໂຍ​ບາຍ. ເພາະ​ປະ​ຈຸ​ບັນ ພວກ​ເຮົາ​ມີ ​ນະ​ໂຍ​ບາຍຫລາຍ​ເກີນ. ນອກນັ້ນ ສະ​ມັດ​ຕະ​ພາບ​ແຮງ​ງານ​ຕ່ຳ ນີ້​ແມ່ນ​ບັນ​ຫາ​ທ່ານລັດ​ຖະ​ມົນ​ຕີຄວນ​ສົນ​ໃຈ.”

 

 

 

ຂ່າວ/ບົດ​ອື່ນ