ບັນດາສະມາຊິກສະພາແຫ່ງຊາດຮັບຟັງໃບສະເໜີແລະການກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ,ຕ້ານຜົນຮ້າຍຂອງເຫຼົ້າ,ເບຍ

(VOVWORLD) -ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 6, ຕອນເຊົ້າວັນທີ 09 ພະຈິກ, ບັນດາຜູ້ແທນໄດ້ຮັບຟັງໃບສະເໜີ ແລະ ການກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ,ຕ້ານຜົນຮ້າຍຈາກເຫຼົ້າ,ເບຍ.

ບັນດາສະມາຊິກສະພາແຫ່ງຊາດຮັບຟັງໃບສະເໜີແລະການກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ,ຕ້ານຜົນຮ້າຍຂອງເຫຼົ້າ,ເບຍ - ảnh 1 ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໊ຽນ

(ພາບປະກອບ: VGP)

ເມື່ອລາຍງານໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ,ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໊ຽນ, ໃຫ້ຮູ້ວ່າ: ຮ່າງກົດໝາຍໄດ້ກຳນົດບັນດາມາດຕະການປ້ອງກັນ, ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ, ລວມມີບັນດາມາດຕະການຫຼຸດຜ່ອນການດື່ມເຫຼົ້າ, ເບຍ; ຄຸ້ມຄອງການຄ້າຂາຍເຫຼົ້າ, ເບຍ; ເງື່ອນໄຂໃນການປ້ອງກັນ ແລະ ໜ້າທີ່ຮັບຜິດຊອບຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນໃນການປ້ອງກັນ, ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ.

        ກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ,ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ສະເໜີວ່າ ຮ່າງກົດໝາຍ ຄວນລະບຸເລື່ອງຫ້າມ “ບັງຄັບຄົນອື່ນດື່ມເຫຼົ້າ, ເບຍ; ບໍ່ໃຫ້ຜູ້ມີອາຍຸຕ່ຳກວ່າ 18 ປີດື່ມເຫຼົ້າ, ເບຍ”, “ຫ້າມນຳໃຊ້ຄົນງານທີ່ມີອາຍຸຕ່ຳກວ່າ 18 ປີເຄື່ອນໄຫວຜະລິດ ແລະ ຄ້າຂາຍເຫຼົ້າ, ເບຍ” ເພື່ອຮັບປະກັນລັກສະນະຮອບດ້ານ ແລະ ກວມລວມກວ່າ.

        ຕໍ່ຈາກນັ້ນ, ກໍ່ໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປູກຝັງ, ມີສະມາຊິກບາງທ່ານໄດ້ສະເໜີໃຫ້ຄະນະຮຽບຮຽງຕ້ອງເຮັດແຈ້ງຂອບເຂດການປັບປຸງຂອງກົດໝາຍ; ເພີ່ມເຕີມຂໍ້ກຳນົດກ່ຽວກັບການຄຸ້ມຄອງຄຸນນະພາບແນວພັນຕາມມາດຕະຖານ, ປ່ຽນໃໝ່ວິທີຄຸ້ມຄອງຕາມທິດຫັນບັນດາລະບຽບການເປັນງ່າຍດາຍກວ່າ…

        ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານແຫ່ງລັດ ປີ 2019 .

ຕອບກັບ

ຂ່າວ/ບົດ​ອື່ນ