ບັນດາສາສະນິກະຊົນສາສະໜາປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາປະເທດຊາດ

ບັນດາສາສະນິກະຊົນສາສະໜາປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາປະເທດຊາດ - ảnh 1
ການ​ພົບ​ປະ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ
​ທີ່​ມີ​ຍົດ​ຖາ​ບັນດາສັກ​​ໃນສາສະໜາ​

(vovworld) - ຕອນ​ເຊົ້າ​ວັນ​ທີ 8/11, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ​ຂົນຂວາຍ​ສູນ​ກາງ, ​ໄດ້​ມີ​ການ​ພົບ​ປະ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ມີ​ຍົດ​ຖາ​ບັນດາສັກ​​ໃນສາສະໜາ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 14. ທີ່​ການ​ພົບ​ປະ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ມີ​ຍົດ​ຖາ​ບັນດາສັກ​ຂອງ​ສາສະໜາ​ຢືນຢັນຈະ​ສືບ​ຕໍ່​ປະກອບ​ບັນດາ​ຄຳ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​​ໃສ່ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາສະໜາ ​ເຊິ່ງສະພາ​ແຫ່ງ​ຊາດ​ພວມ​ພິຈາລະນາ, ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ຖື​ວ່າ​ນີ້​ແມ່ນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເພື່ອ​ການ​ພັດທະນາ​ຂອງ​ສາສະໜາ​ຢູ່ ຫວຽດນາມ. ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​​ເດັດຂາດ​ຕໍ່​ແນວທາງ​ຊີ້​ນຳ​ນຳພາ​ຂອງ​ພັກ. ສ່ວນທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ​ຂົນຂວາຍ​ສູນ​ກາງ ກໍ່​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູ​ງການ​ປະກອບສ່ວນ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດທີ່​ມີ​ຍົດ​ສັກບັນດາສັກ, ສາສະໜາ. ພ້ອມ​ທັງ​ຢືນຢັນ​ວ່າ, ການ​ປະກອບສ່ວນ​ຂອງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດທີ່​ມີ​ຍົດ​ຖາບັນດາສັກ, ສາສະໜາ ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ສາສະໜາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນດາ​ບັນຫາ​ເສດຖະກິດ - ສັງຄົມ​ອີກ​ດ້ວຍ. ທ່ານ​ນາງ ​ເຊື່ອ​ໝັ້ນ​ວ່າ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດທີ່​ມີ​ຍົດ​ຖາບັນດາສັກ, ສາສະໜາ ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ, ​ເປັນ​ຕົວ​ແທນ​ໃຫ້​ບັນດາ​ສາສະ​ນິກະ​ຊົນ​ສາສະໜາ, ປະກອບຄຳ​ເຫັນ​ຢ່າງ​ແທດ​ຈິງ, ​ໃນ​ບົດບາດ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ, ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ, ການ​ເລືອກ​ຕັ້ງ​ຈາກ​ປະຊາຊົນ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ