ບັນດາອົງການຈັດຕັ້ງສາກົນຕີລາຄາສູງລະດັບການເຕີບໂຕປີ 2025 ຂອງ ຫວຽດນາມ
(VOVWORLD) - ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.
ເດີ່ນຄ່ຽນຖ່າຍສິນຄ້າສົ່ງອອກຢູ່ທ່າກ່ຳປັ່ນສາກົນ ຫາຍຟ່ອງ |
ໃນສະພາບການເສດຖະກິດທົ່ວໂລກຖືກກຳລັງກົດດັນຫຼາຍຢ່າງຈາກການເຕີບໂຕດ້ານການຄ້າຫຼຸດລົງ ແລະ ຄວາມຂາດສະຖຽນລະພາບດ້ານນະໂຍບາຍກໍຕາມ, ແຕ່ ຫວຽດນາມ ພວມພື້ນເດັ່ນຂຶ້ນຄືເປັນກໍລະນີພິເສດຂອງພາກພື້ນ. ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.
ດ້ວຍລະດັບ GDP ໃນໄຕມາທີ III/2025 ເພີ່ມຂຶ້ນເປັນ 8,23% ນັ້ນ, ຫວຽດນາມ ສືບຕໍ່ນຳໜ້າ 6 ພື້ນຖານເສດຖະກິດໃຫຍ່ສຸດໃນ ອາຊຽນ, ລວມມີ: ໄທ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ຫວຽດນາມ. ໄລ່ສະເລ່ຍ 9 ເດືອນຕົ້ນປີ, GDP ເພີ່ມຂຶ້ນ 7,85% ຮັກສາການຢືນອັນດັບທີ 1 ໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນພາກພື້ນ. ສິ່ງທີ່ອົງການຈັດຕັ້ງສາກົນໃຫ້ການຕີລາຄາສູງພິເສດບໍ່ພຽງແຕ່ນອນຢູ່ໃນລະດັບຄວາມໄວໃນການເຕີບໂຕເທົ່ານັ້ນ ຫາກຍັງແມ່ນຄວາມດຸ່ນດ່ຽງໃນໂຄງປະກອບການເຕີບໂຕ ເມື່ອຮັບຮູ້ລະດັບການເພີ່ມຂຶ້ນຢ່າງຕັ້ງໜ້າຢູ່ບັນດາຂົງເຂດອຸດສາຫະກຳ - ການກໍ່ສ້າງ; ການບໍລິການ; ກະສິກຳ.
ບົນພື້ນຖານນັ້ນ, ຫຼາຍອົງການຈັດຕັ້ງການເງິນສາກົນກໍ່ໄດ້ມີການດັດປັບຍົກລະດັບຄາດຄະເນການເຕີບໂຕຂອງ ຫວຽດນາມ ຂຶ້ນ. ທະນາຄານ HSBC ແລະ Standard Chartered ໄດ້ຍົກລະດັບການເຕີບໂຕຂອງ ຫວຽດນາມ ໃນປີ 2025 ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%.