ບັນດາອົງການສາສະໜາປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່12ຂອງພັກ

ບັນດາອົງການສາສະໜາປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່12ຂອງພັກ - ảnh 1
(ພາບປະກອບ)

(vovworld) – ​ “​ໂດຍ​ສືບ​ຕໍ່​ສ້າງ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ເຫຼື້ອ​ມ​ໃສ, ສາສະໜາ, ​ເສີມ​ຂະຫຍາຍ​ບັນດາ​ມູນ​ຄ່າ​ວັດທະນະທຳ, ຄຸນສົມບັດ​ອັນ​ດີງາມ​ຂອງ​ບັນດາ​ສາສະໜາ…” ​ນີ້ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່ໄດ້​ເຕື້ອງ​ເຖິງ​ໃນພາກ“​ເສີມ​ຂະ​ຫຍາ​ຍກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ” ​ໃນ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ. ທີ່​ກອງ​ປະຊຸມ​ຮັບເອົາ​ຄຳ​ເຫັນ​​ຂອງ​ບັນດາ​ສາສະໜາ​ທີ່​ປະກອບ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງພັກ, ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 12/10, ຜູ້​ຕາງ​ໜ້າບັນດາ​ສາສະໜາ​ຖື​ວ່າ: ຮ່າງ​ເອກະສາ​ນຕ້ອງ​ເພີ່ມ​ເຕີມ​​ວິທີ​ສັງ​ເກດ​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ສາສະໜາ​ໃນ​ສັງຄົມ​ຢ່າງຕັ້ງໜ້າກ່ວາ ​ແລະ ຄົບ​ຖ້ວນ​ກ່ວາ​ອີກ. ຈາກ​ນັ້ນ ​ເພີ່ມ​ເຕີມ, ຂະຫຍາຍ​ຕຶ່ມ​ບັນດາ​ທັດສະນະ​ໃໝ່​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ກ່ຽວ​ກັບ​ສາສະໜາ ​ແລະ ວຽກ​ງານ​ສາສະໜາ. ບັນດາ​ຜູ້​ແທນ​ກໍ​ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຫັນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍສາສະໜາ​ຂອງ​ພັກເປັນ​ລະບອບນະ​ໂຍບາຍ​ກົດໝາຍ​ໂດຍ​ໄວ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ສາສະໜາ, ປະກອບສ່ວນ​ສ້າງ​ຊີວິດ​ສັງ​ຄົມ.

ຂ່າວ/ບົດ​ອື່ນ