ບັນດາຮາກຖານສາທາລະນະສຸກຢູ່ນະຄອນໂຮ່ຈີມິນ ບໍ່ໄດ້ປະຕິເສດການຮັບຄົບເຈັບສຸກເສີນຢ່າງເດັດຂາດ

(VOVWORLD) -ບັນດາໂຮງໝໍ, ຮາກຖານສາທາລະນະສຸກຢູ່ນະຄອນ ໂຮ່ຈີມິນ ບໍ່ໄດ້ປະຕິເສດການຮັບຄົນເຈັບມາກວດ ແລະ ປິ່ນປົວພະຍາດ, ພິເສດແມ່ນກໍລະນີສູກເສີນຢ່າງເດັດຂາດ.
ບັນດາຮາກຖານສາທາລະນະສຸກຢູ່ນະຄອນໂຮ່ຈີມິນ ບໍ່ໄດ້ປະຕິເສດການຮັບຄົບເຈັບສຸກເສີນຢ່າງເດັດຂາດ - ảnh 1ພະແນກສາທາລະນະສຸກໄດ້ຮຽກຮ້ອງໃຫ້ໂຮງໝໍຕ້ອຮັກສາການເຄື່ອນໄຫວຂອງພະແນກສຸກເສີນ
(ພາບປະກອບ)

ນັ້ນແມ່ນຄຳຮຽກຮ້ອງໃນເອກະສານດ່ວນອອກວັນທີ 10 ກໍລະກົດ ຂອງພະແນກສາທາສະລະສຸກ ທີ່ສົ່ງເຖິງບັນດາຮາກຖານສາທາລະນະສຸກ ກ່ຽວກັບການຮັບປະກັນວຽກງານສຸກເສີນໃຫ້ແກ່ຄົນເຈັບ.

ໃນກໍລະນີໂຮງໝໍຕ້ອງຢຸດຕິການເຄື່ອນໄຫວຍ້ອນກວດພົບກໍລະນີຕິດໂລກລະບາດໂຄວິດ-19 (F0) ໂດຍບໍ່ຮູ້ກ່ອນ, ພະແນກສາທາລະນະສຸກໄດ້ຮຽກຮ້ອງໃຫ້ໂຮງໝໍຕ້ອຮັກສາການເຄື່ອນໄຫວຂອງພະແນກສຸກເສີນ, ຮັບປະກັນເຮັດວຽກຕະຫຼອດ 24 ຊົ່ວໂມງຕໍ່ 7 ວັນ. ໃນກໍລະນີໂຮງໝໍຖືກລອກດາວ, ທາງໂຮງໝໍຕ້ອງແຈ້ງຢ່າງເປີດເຜີຍໃຫ້ປະຊາຊົນໄດ້ຮູ້.

ກ່ຽວຂ້ອງເຖິງເຂດແຍກຕົວ. ພະແນກກໍ່ສ້າງນະຄອນ ໂຮ່ຈີມິນ ຫາກໍ່ໃຫ້ຮູ້ວ່າ, ໄດ້ກະກຽມຄອນໂດສຳຮອງ ເພື່ອໜູນຊ່ວຍພະແນກສາທາລະນະສຸກໃນການແຍກຕົວ ແລະ ປິ່ນປົວບັນດາກໍລະນີິຕິດເຊື້ອພະຍາດໂຄວິດ-19. ມາຮອດປະຈຸບັນ, ພະແນກໄດ້ກະກຽມ 32.900 ຕຽງຈາກບັນດາຄອນໂດທີ່ຍັງບໍ່ທັນນຳເຂົ້າໃຊ້ການ ເພື່ອສ້າງເປັນໂຮງໝໍກາງສະໜາມ. ຕອນເຊົ້າວັນທີ 11 ກໍລະກົດ, ທາງນະຄອນໄດ້ນຳ 1.600 ຕຽງເຂົ້າໃຊ້ການ.

ໃນໄລຍະຈະມາເຖິງ, ທາງນະຄອນຈະກະກຽມແຫຼ່ງສຳຮອງປະມານ 40.000 ຕຽງເພື່ອປິ່ນປົວໃຫ້ບັນດາກໍລະນີ F0.

ຕອບກັບ

ຂ່າວ/ບົດ​ອື່ນ