ບັນດາເຈົ້າໜ້າທີ່ຂັ້ນສູງ APEC ປຶກສາຫາລື ວິທີການຊຸກຍູ້ການເຕີບໂຕ, ການຄ້າ

ບັນດາເຈົ້າໜ້າທີ່ຂັ້ນສູງ APEC ປຶກສາຫາລື ວິທີການຊຸກຍູ້ການເຕີບໂຕ, ການຄ້າ - ảnh 1
ບັນດາເຈົ້າໜ້າທີ່ຂັ້ນສູງ APEC ປຶກສາຫາລືວິທີການຊຸກຍູ້ການເຕີບໂຕ, ການຄ້າ
(ພາບປະກອບ: inquirer.net)


​(vovworld) – ວັນ​ທີ 20/05, ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊິ​ຟິກ (APEC) ຖືກ​ໄຂ​ຂຶ້ນ​ຢູ່​ເກາະ Boracay, ຂຶ້ນ​ກັບ​ແຂວງ Aklan, ທາງ​ພາກ​ກາງ ຟີລິບ​ປີນ ​ເພື່ອ​ປຶກສາ​ຫາລື​ບັນດາ​ການ​ກະທຳ​ໃນ​ນະ​ໂຍບາຍ​ໃໝ່ ​ແນ​ໃສ່​ຊຸກຍູ້​ດ້ານ​ການ​ຄ້າ ​ແລະ ການ​ເຕີບ​ໂຕ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ອາຊີ - ປາຊິ​ຟິກ. ທ່ານນາງ ​Laura del Rosario, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ ທັງ​ເປັນ ປະທານ​ກອງ​ປະຊຸມ APEC 2015, ​ໃຫ້​ຮູ້​ວ່າ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ຈະ​ປຶກສາ​ຫລື​ບັນດາ​ຂໍ້​ລິ​ເລີ່​ມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ ຍົກ​​ເລີກ​ຮົ້ວ​ກີດຂວາງ​ສຳລັບ​ດ້ານ​ການ​ຄ້າ ​ແລະ ການ​ຈໍລະ​ຈອນ​ສິນຄ້າ​​, ການ​ບໍລິການ ​ແລະ ມະນຸດ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ​ພາກ​ພື້ນ. ກອງ​ປະຊຸມ​ກໍ່​ສຸມ​ໃສ່​ເຂົ້າ​ໃນ​ເລື່ອງ​ຮັບປະກັນ​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ ​ແລະ ລັດຖະບານ​ບັນດາ​ພື້ນຖານ​ເສດຖະກິດ APEC ກຳ​ໄດ້ບັນດາ​ກາລະ​ໂອກາດ​ໃໝ່​ກ່ຽວ​ກັບ​ດ້ານ​ເສດຖະກິດ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຜ່ານການ​ຮ່ວມ​ສຳພັນ ​ແລະ ການ​ພົວພັນ​ການ​ຄ້າທີ່​ໃຫຍ່​ກວ່າ, ກໍ່​ຄື​ກໍ່ສ້າງ​ບັນດາ​ປະຊາ​ຄົມ​​ທີ່ແຂງ​ແຮງ.

ຂ່າວ/ບົດ​ອື່ນ